Gazprom ສະໜອງອາຍແກັດໃຫ້ແກ່ຫວຽດນາມ
(ພາບປະກອບ)
(vovworld) - ຕາມແຈ້ງຂ່າວຂອງກຸ່ມບໍລິສັດອຸດສາຫະກຳອາຍແກັດລັດເຊຍ Gazprom ໃນວັນທີ 04 ພະຈິກແລ້ວ, ທີ່ການພົບປະລະຫວ່າງປະທານສະພາຄຸ້ມຄອງຂອງກຸ່ມບໍລິສັດນີ້, ທ່ານ Alexey Mille ກັບ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ຟ້າມຊວນເຊີນ ໃນມໍ່ໆມານີ້, 2 ຝ່າຍໄດ້ປຶກສາຫາລືຄວາມສາມາດເປັນໄປທີ່ວ່າ Gazprom ດຳເນີນການສະໜອງອາຍແກັດ (LNG) ໃຫ້ຫວຽດນາມ ຜ່ານໂຄງການ Vladivostol – LNG. ຕາມແຈ້ງຂ່າວດັ່ງກ່າວ, ບັນດາຝ່າຍໄດ້ປຶກສາຫາລືກົນໄກຮ່ວມມືລະຫວ່າງລັດເຊຍ ແລະ ຫວຽດນາມ ໃນຂົງເຂດນ້ຳມັນອາຍແກັດ, ລະອຽດແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງການຂຸດຄົ້ນ Hydrocarbon ແລະ ພັດທະນາຕະຫຼາດເຊື້ອໄຟອາຍແກັດທີ່ນຳໃຊ້ໃຫ້ລົດໂອໂຕຢູ່ຫວຽດນາມ. ບັນດາເອກະສານທີ່ກ່ຽວຂ້ອງເຖິງການສະໜອງ LNFG ແລະ ພັດທະນາຕະຫຼາດເຊື້ອໄຟອາຍແກັດທີ່ນຳໃຊ້ໃຫ້ລົດໂອໂຕຢູ່ຫວຽດນາມ ອາດຈະໄດ້ຮັບການລົງນາມໂດຍໄວ.