(VOVWORLD) -GDP ທົ່ວໂລກອາດຈະບັນລຸລະດັບ 2% ຖ້າຫາກໂລກລະບາດ Covid-19 ໄດ້ຮັບການຄວບຄຸມ.
ນັ້ນແມ່ນຂໍ້ສັງເກດຂອງນັກຄົ້ນຄວ້າ ບຸ່ຍງອັກເຊີນ, ສະຖາບັນຄົ້ນຄວ້າການເມືອງ ແລະ ເສດຖະກິດໂລກ (ສະຖາບັນ ບັນດິດວິທະຍາສາດ ແລະ ສັງຄົມຫວຽດນາມ) ເມື່ອຕອບສຳພາດຕໍ່ນັກຂ່າວ VOV ໃນວັນທີ 15 ມີນາ.
ຕໍ່ໜ້າເລື່ອງບັນດາອົງການການເງິນສາກົນໄດ້ຄາດຄະເນການເຕີບໂຕ GDP ທົ່ວໂລກ ອາດຈະຖືກຫຼຸດລົງ 1,5% ໃນປີ 2020 ຍ້ອນໂລກລະບາດ Covid-19, ນັກຄົ້ນຄວ້າ ບຸ່ຍງອັກເຢືອງ, ຖືວ່າ.
“ມາຮອດປະຈຸບັນ, ສະພາບການຢູ່ຈີນ ໄດ້ມີຄວາມເປັນປົກກະຕິກວ່າແລ້ວ. ສະນັ້ນ, GDP ບໍ່ອາດເສຍຫາຍ 1,5% ໄດ້ຫາກພຽງແຕ່ເສຍຫາຍປະມານ 1% ເທົ່ານັ້ນ. ຖ້າຫາກການເຕີບໂຕ GDP ປີ 2019 ແມ່ນ 3%, ຕາມການຄິດໄລ່ຂອງຂ້າພະເຈົ້າແມ່ນ GDP ທົ່ວໂລກຈະເສຍຫາຍປະມານ 880 ຕື້ USD (1%) ເຫຼືອປະມານ 2% ຫຼື ຫຼາຍກວ່າເລກໜ້ອຍ”.