GDP ຫວຽດນາມປີ 2015 ເພີ່ມຂຶ້ນ 6,68%, ແມ່ນລະດັບສູງສຸດໃນ5ປີຜ່ານມາ

GDP ຫວຽດນາມປີ 2015 ເພີ່ມຂຶ້ນ 6,68%, ແມ່ນລະດັບສູງສຸດໃນ5ປີຜ່ານມາ - ảnh 1
ພາບ​ປະ​ກອບ:internet
(vovworld)- ​ທີ່​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ຕົວ​ເລກ​ສະ​ຖິ​ຕິ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015 ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/12, ກົມ​ໃຫຍ່​ສະ​ຖິ​ຕິ ໃຫ້​ຮູ້​ວ່າ: GDP ຫວຽດ​ນາມ ໃນ​ປີ 2015 ຄາດ​ວ່າ​ເພີ່ມ​ຂຶ້ນ 6,68% ເມື່ອ​ທຽບ​ໃສ່​ປີ​ກ່າຍ, ສູງ​ກວ່າ​ຄາດ​ໝາຍ​ວາງ​ອອກ 6,2% ແລະ ແມ່ນ​ລະ​ດັບ​ສູງ​ສຸດ​ໃນ 5 ປີ​ຜ່ານ​ມາ. ໃນ​ນັ້ນ ​ຂົງເຂດ​ອຸດ​ສາ​ຫະ​ກຳ ແລະ ກໍ່​ສ້າງ​ແມ່ນ​ປະ​ກອບ​ເປັນ​ສ່ວນ​ໃຫຍ່ ດ້ວຍ​ລະ​ດັບ​ເພີ່ມ​ຂຶ້ນ 9,64 % ເມື່ອ​ທຽບ​ໃສ່​ປີ​ກາຍ​ແມ່ນ 6,42%. ຂ​ົງ​ເຂດ​ບໍ​ລິ​ການ ​ເພີ່ມ​ຂຶ້ນ 6,33%, ໃນ​ຂະ​ນະນັ້ນ ຂົງ​ເຂດ​ກະ​ສິ​ກຳ ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ​ເພີ່ມ​ຂຶ້ນ​ພຽງ 2,41%. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ ຫງວຽນ​ບີງ​ເລີມ, ຫົວ​ຫນ້າ​ກົມ​ໃຫຍ່​ສະ​ຖິ​ຕິ ຖື​ວ່າ: GDP ຂອງ​ທັງ​ໄລ​ຍະ 2011-2015 ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ ຍ້ອນ​ພື້ນ​ຖານ​ເສດ​ຖະ​ກິດ​ບັນ​ຜົນ​ງານ​ຫລາຍ​ຢ່າງ.

 

 

ຂ່າວ/ບົດ​ອື່ນ