GDPໃນ9ເດືອນຕົ້ນປີບັນລຸ6,5%,ເພີ່ມຂຶ້ນສູງສຸດເມື່ອທຽບໃສ່ໄລຍະດຽວກັນຂອງ4ປີກ່ອນນີ້

GDPໃນ9ເດືອນຕົ້ນປີບັນລຸ6,5%,ເພີ່ມຂຶ້ນສູງສຸດເມື່ອທຽບໃສ່ໄລຍະດຽວກັນຂອງ4ປີກ່ອນນີ້ - ảnh 1
ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​​ໄດ້ໄຂ​ກອງ​ປະຊຸມ​ເທື່ອ​ທີ 42
(ພາບ: TTXVN)

(vovworld) –  ​​ ຕອນ​ເຊົ້າ​ວັນ​ທີ 12/10, ຢູ່ສຳນັກງານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​​ໄດ້ໄຂ​ກອງ​ປະຊຸມ​ເທື່ອ​ທີ 42, ຮັບ​ຟັງ​ບົດລາຍ​ງານຂອງ​ລັດຖະບານ ​ແລະ ໝາກຜົນ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016. ບົດ​ລາຍ​ງານ​ຂອງ​ລັດຖະບານ ​ແລະ ບັນດາ​ຜົນ​ແຫ່ງ​ການ​ກວດກາ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບກັນ​ຕີ​ລາຄາວ່າ: ປີ 2015 ພື້ນຖານ​ເສດຖະກິດ ຫວຽດນາມ ສືບ​ຕໍ່​ຟື້ນ​ຕົວຢ່າງ​​ເຫັນ​ໄດ້ຊັດ​. ລະດັບ​ເພີ່ມ​ GDP ​ໃນ  9 ​​ເດືອນ​ຜ່ານ​ມາ​ບັນລຸ 6,5%, ​ເຊິ່ງ​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ສູງ​ສຸດ​ເມື່ອ​ທຽບ​ໃສ່ກັບ​ໄລຍະດຽວ​ກັນ​ຂອງ 4 ປີ​ກ່ອນນີ້. ​ໄພ​ເງິນ​ເຟີ້​ຖືກ​ຄວບ​ຄຸມຢູ່​​ໃນລະດັບ​ຕ່ຳ. ການ​ສົ່ງ​ອອກສາມາດ​ຮັກສາ​​ໄດ້ທ່າ​ເຕີບ​ໂຕ. ບັນດາ​ຂົງ​ເຂດ​ໜູນ​ຊ່ວຍ​ສັງຄົມ ​ແລະ ສະຫວັດ​ດີກາ​ນສັງຄົມ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ. ບົນ​ພື້ນຖານ​ສະພາບ​ 9 ​ເດືອນ​ຜ່ານ​ມາ ​ແລະ ​ແງ່​ຫວັງ​ຈະ​ມາ​ເຖິງ, ລັດຖະບານ​ຄາດ​ຄະ​ເນ ຈະບັນລຸ ​ແລະ ລື່ນ​ກາຍ 13/14 ຄາດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015 ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ.

        ​ແລະ​ກໍ​ໃນ​ຕອນ​ເຊົ້າ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຮັບ​ຟັງບັນດາ​ບົດ​ລາຍ​ງານກ່ຽວ​ກັບ​ ​ແຜນງົບປະມານ​ແຫ່ງ​ລັດ ​ແລະ ວິທີ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2016

ຂ່າວ/ບົດ​ອື່ນ