GMS ຮັບຮອງເອົາແຜນການລວມມູນຄ່າ 64 ຕື້ USDໃນຍຸດທະສາດແກ່ພາກພື້ນແມ່ນ້ຳຂອງ
(VOVWORLD) -ບັນດາລັດຖະມົນຕີ 6 ປະເທດກຳປູເຈຍ, ລາວ, ໄທ, ມຽນມາ, ຫວຽດນາມ ແລະ ຈີນທີ່ຂຶ້ນກັບອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS) ໄດ້ ຮັບຮອງເອົາແຜນການກະທຳໄລຍະ 5 ປີຊຶ່ງລວມມີບັນດາໂຄງການລວມມູນຄ່າ 64 ຕື້ USD
ກອງປະຊຸມລັດຖະມົນຕີໂຄງການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS) ຄັ້ງທີ 22 |
ວັນທີ 20 ກັນຍາ, ບັນດາລັດຖະມົນຕີ 6 ປະເທດກຳປູເຈຍ, ລາວ, ໄທ, ມຽນມາ, ຫວຽດນາມ ແລະ ຈີນທີ່ຂຶ້ນກັບອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS) ໄດ້ ຮັບຮອງເອົາແຜນການກະທຳໄລຍະ 5 ປີຊຶ່ງລວມມີບັນດາໂຄງການລວມມູນຄ່າ 64 ຕື້ USD ເພື່ອແນໃສ່ໜູນຊ່ວຍພາກພື້ນນີ້ ບັນລຸການເຕີບໂຕຢ່າງສະໝ່ຳສະເໝີ ແລະ ພັດທະນາແບບຍືນຍົງ. ນີ້ແມ່ນໝາກຜົນອັນຕັ້ງໜ້າທີ່ບັນລຸໄດ້ໃນກອງປະຊຸມລັດຖະມົນຕີໂຄງການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS) ຄັ້ງທີ 22 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 20 ກັນຍາຢູ່ຮ່າໂນ້ຍ.
ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ສະໜັບສະໜູນຢ່າງແຂງແຮງຍຸດທະສາດຄົມມະນາຄົມ GMS ໃໝ່ ແນໃສ່ຈຸດປະສົງສ້າງລະບົບຄົມມະນາຄົມ GMS ເຊື່ອມຕໍ່ກັນ ແລະ ມີປະສິດທິຜົນ, ຍືນຍົງ. ບັນດາລັດຖະມົນຕີຍັງໄດ້ຮັບຮອງເອົາຍຸດທະສາດທ່ອງທ່ຽວ GMS 2016 – 2025, ຮັບຮອງເອົາຍຸດທະສາດຊຸກຍູ້ບັນດາຜະລິດຕະພັນກະສີກຳປອດສານພິດ ແລະ ເປັນມິດກັບສິ່ງແວດລ້ອມ. ຮັບຮອງເອົາກອບການລົງທຶນອະນຸພາກພື້ນ GMS 2022 ເພື່ອໜູນຊ່ວຍແຜນການດຳເນີນງານຮ່າໂນ້ຍ, ຮັບຮອງເອົາບັນຊີລາຍຊື່ກຳນົດທິດລວມມີ 222 ໂຄງການລົງທຶນ ແລະ ສົ່ງເສີມເຕັກນິກລວມມູນຄ່າ 64 ຕື້ USD.