Haji – ບຸນ​ນະ​ມັດ​ສະ​ການ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ຊາວ ມຸດ​ສະ​ລິມ

(VOVWORLD) -ບຸນນະມັດສະການ Haji ຖືກຈັດຂຶ້ນທຸກໆປີ ຢູ່ໂບດ Mecca, ອາຣັບບີ ຊະອຸດິ, ໂດຍເລີ່ມແຕ່ວັນທີ 6 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຜູ້ຖືສາສະໜາ ອິດສະລາມ 1 ລ້ານຄົນ, ຜູ້ທີ່ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ມາຈາກທຸກສາລະທິດໃນໂລກ.
Haji – ບຸນ​ນະ​ມັດ​ສະ​ການ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ຊາວ ມຸດ​ສະ​ລິມ - ảnh 1ຜູ້ຖືສາສະໜາ ອິດສະລາມ ເຂົ້າຮ່ວມບຸນ Haji ເປັນຈຳນວນຫຼວງຫຼາຍ (ພາບ: TTXVN)

ບຸນນະມັດສະການ Haji ຖືກຈັດຂຶ້ນທຸກໆປີ ຢູ່ໂບດ Mecca, ອາຣັບບີ ຊະອຸດິ, ໂດຍເລີ່ມແຕ່ວັນທີ 6 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຜູ້ຖືສາສະໜາ ອິດສະລາມ 1 ລ້ານຄົນ, ຜູ້ທີ່ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ມາຈາກທຸກສາລະທິດໃນໂລກ. ປີ 2019 ກ່ອນທີ່ໂລກລະບາດໂຄວິດ - 19 ແຜ່ລະບາດ, ມີປະມານ 2,5 ລ້ານຄົນ ມາຈາກທຸກສາລະທິດໃນໂລກໄດ້ເຂົ້າຮ່ວມເຫດການນີ້. ຫຼັງຈາກນັ້ນ, ປີ 2021 - ເວລາທີ່ໂລກລະບາດໂຄວິດ - 19 ແຜ່ລະບາດ, ເຮັດໃຫ້ເຈົ້າໜ້າທີ່ຂອງ ອາຣັບບີ ຊະອຸດິ ຕ້ອງຫຼຸດຂອບຂະໜາດຂອງບຸນດັ່ງກ່າວລົງ, ເຊິ່ງອະນຸຍາດໃຫ້ມີແຕ່ 60.000 ຄົນ ເຂົ້າຮ່ວມ, ໃນນັ້ນ ລວມທັງພົນລະເມືອງ ແລະ ຜູ້ທີ່ດຳລົງຊີວິດຢູ່ ອາຣັບບີ ຊະອຸດິ ທີ່ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ແລ້ວ ຈຶ່ງໄດ້ເຂົ້າຮ່ວມ, ສູງກວ່າ 10.000 ຄົນ ເມື່ອທຽບໃສ່ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ