IAEA ກະກຽມການ ກວດກາບໍ່ແຮ່ urani ຂອງອີຣານ

IAEA ກະກຽມການ ກວດກາບໍ່ແຮ່ urani ຂອງອີຣານ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 17/01, ອົງການ​ພະລັງງານ​ປະ​ນະ​ມາ​ນູອີຣານ (AEO) ​ໃຫ້​ຮູ້​ວ່າ ບັນດາ​ຜູ້​ຊ່ຽວຊານ​ນິວ​ເຄຼຍຂອງ​ສະຫະ​ປະຊາ​ຊາດ ຈະ​ກວດກາ​ບໍ່​ແຮ່ urani Gachin ຢູ່​ພາກ​ໃຕ້​ປະ​ເທດ​ອີຣານ ​ໃນ​ເດືອນ​ນີ້ ພາຍຫຼັງເກືອບ 9 ປີ ນັບ​ແຕ່​ການ​ຢ້ຽມຢາມ​ຄັ້ງ​ກອນ. ນີ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ບັນດາ​ມາດ​ຕະການ​ໃນ​ຂອບ​ເຂດ​ຂໍ້​ຕົກລົງ​ແມ່​ລະຫວ່າງ​ອີຣານ ​ແລະ IAEA ບັນລຸ​ໄດ້​ເມື່ອ​ເດືອນ 11/2013.

        ຕາມ​ຂໍ້​ຕົກລົງ​ແມ່​ດັ່ງກ່າວ, ອີຣານ ​ແລະ IAEA ​ໄດ້​ເຫັນ​ດີຕໍ່ 6 ຂໍ, ​ເຊິ່ງ​ ເຕ​ເຣຣານ ຕ້ອງ​ປະຕິບັດ​ກອນ​ວັນ​ທີ 11/02 ຈະ​ມາ​ເຖິງ. ​ໃນ​ໄລຍະ​​ຕົ້ນ​ຂອງ​ຂໍ້​ຕົກລົງ, ບັນດາ​ຜູ້​ຊ່ຽວຊານ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ໄປ​ກວດກາ​ເຕົາ​ປະຕິ​ກອນນິວ​ເຄຼຍນ້ຳໜັກ Arak ​​ເມື່ອ​ວັນ​ທີ 08/12/2013. ​ເຕົາປະຕິ​ກອນ​ນິວ​ເຄຼຍດັ່ງກ່າວ​ເຮັດ​​ໃຫ້​ບັນດາ​ປະ​ເທດ​ມະຫາ​ອຳນາດຝ່າຍ​ຕາ​ເວັນ​ຕົກ ມີ​ຄວາມ​ວິຕົກ​ກັງວົນ ຍ້ອນ Plutoni ​ເຊິ່ງ​ໂຮງງານ​ນີ້​ຜະລິດ ອາດ​ຈະ​ນຳ​ໃຊ້​ເພື່ອ​ຜະລິດ​ລະ​ເບີດ​ນິວ​ເຄຼຍ. ບັນດາ​ການ​ເຈລະຈາ​ກັບ IAEA ຈະ​​ດຳ​ເນີນ​ຄຽງ​ຄູ່​ກັບ​ການ​ເຈລະ​ຈາລະ​ຫວ່າງ​ອີຣານ ກັບ​ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ແມ່ນ ອັງກິດ, ອາ​ເມ​ລິ​ກາ, ຝລັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ລັກສະນະ​ກະຈາ​ງ​ແຈ້ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍ ​ໃນ​ປະຈຸ​ບັນ​ຂອງ​ອີຣານ.

ຂ່າວ/ບົດ​ອື່ນ