IAEA ​ຢັ້ງ​ຢື​ນ​ວ່າ ອີ​ຣານ ​ພວມ​ເສີມ​ທາດ ຢູລານຽມ ຢູ່ Fordow

(VOVWORLD) -  ວັນທີ 11 ພະຈິກ ອົງການພະລັງງານປະລາມານູສາກົນ (IAEA) ຢັ້ງຢືນວ່າ ອີຣານໄດ້ເລີ່ມຕົ້ນການເສີມທາດ ຢູລານຽມ ຢູ່ຮາກຖານໃຕ້ດິນ Fordow, ນີ້ແມ່ນການລະເມີດຂໍ້ຕົກລົງລະຫວ່າງ ເຕເຮຣານ ກັບບັນດາປະເທດມະຫາອຳນາດຄັ້ງຫຼ້າສຸດ.

IAEA ​ຢັ້ງ​ຢື​ນ​ວ່າ ອີ​ຣານ ​ພວມ​ເສີມ​ທາດ ຢູລານຽມ ຢູ່ Fordow - ảnh 1

ຮາກຖານຜະລິດ ຢູລານຽມ ຢູ່ Fordow(ພາບ: TTXVN) 

 IAEA ໃຫ້ຮູ້ຕື່ມອີກວ່າ ສາງສະສົມ ຢູລານຽມ ທີ່ໄດ້ເສີມແລ້ວ ຂອງອີຣານພວມສືບຕໍ່ເພີ່ມຂຶ້ນ. ອີຣານໄດ້ທັບມ້າງລະດັບຈຳກັດໃນຂໍ້ຕົກລົງກ່ຽວກັບບັນດາການເຄື່ອນໄຫວນິວເຄຼຍເປັນເທື່ອລະກ້າວເພື່ອແນໃສ່ໂຕ້ຕອບເລື່ອງອາເມລິກາຖອນຕົວອອກຈາກຂໍ້ຕົກລົງນີ້ໃນປີ 2018 ແລະ ຈັດວາງບັນດາມາດຕະການລົງໂທດຄືນໃໝ່ສຳລັບ ເຕເຮຣານ. ອີຣານຢັ້ງຢືນວ່າ ອາດຈະຢຸດບັນດາການລະເມີດຖ້າຫາກວ່າ ອາເມລິກາຍົກເລີກບັນດາຄຳສັ່ງລົງໂທດ.

        ໃນບົດລາຍງານສະບັບໜຶ່ງ IAEA, ອົງການຕິດຕາມກວດກາຂໍ້ຕົກລົງໃຫ້ຮູ້ວ່າ ສາງສະສົມ ຢູລານຽມທີ່ໄດ້ເສີມແລ້ວ ຂອງ ອີຣານ ແລະ ລະດັບບໍລິສຸດເຊິ່ງປະເທດນີ້ຜະລິດພວມຢູ່ລະດັບສູງກ່ວາກຳນົດທີ່ວາງອອກໃນຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ