IEA ກ່າວ​ເຕ​ືອນ​ຄວາມ​ສ່ຽງ​ຕະຫຼາດ​ນ້ຳ​ມັນ​​ອາດ​ຈະມີ​ການຜັນ​ປ່ຽນ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້

(VOVWORLD) -  ບັນດາຄຳສັ່ງຂວ້ຳບາດຂອງ ສະຫະພາບເອີຣົບ (ອີຢູ) ຕໍ່ນ້ຳມັນຂອງ ລັດເຊຍ, ກໍຄືການບໍລິການຂົນສົ່ງທາງທະເລ ຈະເພີ່ມກຳລັງດັນຕໍ່ຄວາມດຸ່ນດ່ຽງທາງດ້ານນ້ຳມັນໃນທົ່ວໂລກ, ພິເສດແມ່ນກໍ່ຄວາມກົດດັນຕໍ່ຕະຫຼາດນ້ຳມັນ ກະຊວນ. 

      ວັນທີ 15 ພະຈິກ, ອົງການພະລັງງານສາກົນ (IEA) ກ່າວເຕືອນວ່າ ການກຳນົດເພດານລາຄານ້ຳມັນ ອາດຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງຂອງຕະຫຼາດໄດ້ສ່ວນໃດສ່ວນໜຶ່ງ, ແຕ່ບໍ່ສາມາດສະກັດກັ້ນການຜັນປ່ຽນທີ່ຍາກຈະຄາດຄະເນລ່ວງໜ້າໄດ້ ໃນຂະນະທີ່ຍັງມີສິ່ງທ້າທາຍຫຼາຍຢ່າງກ່ຽວກັບ logistics. IEA ຖືວ່າ ບັນດາປັດໄຈນີ້ ຍິ່ງຈະເຮັດໃຫ້ເກີດຄວາມບໍ່ສະຫງົບໃນ ຕະຫຼາດມັນໂລກເພີ່ມຂຶ້ນ.

        ກ່ອນໜ້ານັ້ນ, ວົງການນັກຊ່ຽວຊານກໍ່ໄດ້ກ່າວເຕືອນວ່າການການກຳນົດລາຄາອາຍແກັດ ຈະສົ່ງຜົນກະທົບຕໍ່ສັນຍາໄລຍະຍາວ ແລະ ຄວາມໝັ້ນຄົງຂອງແຫຼ່ງສະໜອງອາຍແກັດຂອງ ອີຢູ.

        ແນວຄວາມຄິດເພດານກຳນົດລາຄານ້ຳມັນຂອງ ລັດເຊຍ ແມ່ນໄດ້ຍົກອອກໃນກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ທີ່ຈັດຂຶ້ນໃນເດືອນມິຖຸນາ ຜ່ານມາ. ຂໍ້ຈຳກັດຕ່າງໆສຳລັບນ້ຳມັນ ຈະມີຜົນສັກສິດໃນເດືອນ 12 ແລະ ບັນດາຜະລິດຕະພັນນ້ຳມັນ ໃນຕົ້ນເດືອນ ກຸມພາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ