IMF: ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ນາບຂູ່ເສດຖະກິດທົ່ວໂລກ
(VOVWORLD) - ບັນດາຄວາມເຄັ່ງຕຶງຫຼ້າສຸດໃນບັນຫາການຄ້າລະຫວ່າງ ອາເມລິກາ ແລະ ຈີນ ແມ່ນ ໄພນາບຂູ່ຕົ້ນຕໍຕໍ່ເສດຖະກິດໂລກ.
ທ່ານນາງ Christine Lagarde ຜູ້ອຳນວຍການໃຫຍ່ IMF (ພາບ: Reuters) |
ຄວາມເຄັ່ງຕຶງດ້ານການຄ້າ ແລະ ການໂຕ້ຕອບກັນຜ່ານບັນດາມາດຕະການຈັດວາງອັດຕະພາສີລະຫວ່າງ ອາເມລິກາ ແລະ ຈີນ ຈະສ້າງໄພນາບຂູ່ອັນໃຫຍ່ຫຼວງຕໍ່ພື້ນຖານເສດຖະກິດທົ່ວໂລກ. ກອງທຶນເງິນຕາສາກົນ (IMF) ໄດ້ເຕືອນໄພຄືແນວນັ້ນໃນສະພາບທີ່ມີການໂຕ້ຖຽງກັນທາງການຄ້າລະຫວ່າງສອງ ພື້ນຖານເສດຖະກິດແຖວໜ້າຂອງໂລກທີ່ພວມມີໄພອັດຕະລາຍເພີ່ມຂຶ້ນຄືນໃໝ່ຫຼັງຈາກບັນດາສັນຍານຫຼຸດລົງໃນໄລຍະມໍ່ໆມານີ້. ກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານ Gerry Rice ໂຄສົກ ຂອງ IMF ເວົ້າວ່າ: “ບັນດາຄວາມເຄັ່ງຕຶງເພີ່ມຂຶ້ນລະຫວ່າງສອງປະເທດມະຫາອຳນາດເສດຖະກິດພວມກີດຂວາງການເຊື່ອມຕໍ່ການເຈລະຈາຄືນໃໝ່ເຊິ່ງຈະດຳເນີນໃນວັນທີ 9 ພຶດສະພາ ”.
ໃນຕົ້ນອາທິດຜ່ານມາ, ທ່ານນາງ Christine Lagarde ຜູ້ອຳນວຍການໃຫຍ່ IMF ກໍ່ຍອມຮັບວ່າ ບັນດາຄວາມເຄັ່ງຕຶງຫຼ້າສຸດໃນບັນຫາການຄ້າລະຫວ່າງ ອາເມລິກາ ແລະ ຈີນ ແມ່ນ ໄພນາບຂູ່ຕົ້ນຕໍຕໍ່ເສດຖະກິດໂລກ.