IMF ຄາດ​ສະ​ເນ ບັນ​ດາ​ປະ​ເທດ​ສ່ວນຫຼາຍຫຼີກ​ລ້ຽງ​ຄວາມ​ສ່ຽງ​ຖືກ​ຊຸດ​ໂຊມ​ໃນ​ປີ 2023

(VOVWORLD) -ຕາມບົດລາຍງານຫຼ້າສຸດຂອງ IMF ກ່ຽວກັບແງ່ຫວັງເສດຖະກິດໂລກ ໄດ້ປະກາດໃນວັນທີ 11 ເມສາ ແລ້ວ, ເສດຖະກິດທົ່ວໂລກ ຈະເພີ່ມຂຶ້ນປະມານ 2,8% ໃນປີນີ້ ແລະ 3% ໃນປີໜ້າ. 
IMF ຄາດ​ສະ​ເນ ບັນ​ດາ​ປະ​ເທດ​ສ່ວນຫຼາຍຫຼີກ​ລ້ຽງ​ຄວາມ​ສ່ຽງ​ຖືກ​ຊຸດ​ໂຊມ​ໃນ​ປີ 2023 - ảnh 1 (ພາບປະກອບ: AFP)

ການເຕີບໂຕເສດຖະກິດໂລກໄດ້ປັບລົງ, ສ່ວນໜຶ່ງແມ່ນຍ້ອນບາງພື້ນຖານເສດຖະກິດໃຫຍ່ຫຼຸດຜ່ອນລະດັບຄວາມໄວໃນການເຕີບໂຕ ແລະ ອາດຈະມີທະນາຄານສູນກາງຫຼາຍແຫ່ງສືບຕໍ່ປະຕິບັດນະໂຍບາຍຄວບຄຸມເງິນຕາຢ່າງແໜ້ນແຟ້ນ ເພື່ອຄວບຄຸມໄພເງິນເຟີ້ເພີ່ມຂຶ້ນ. ເຖິງວ່າລະດັບການເຕີບໂຕຫຼຸດລົງ, IMF ໃຫ້ຂໍ້ສັງເກດວ່າ ບັນດາພື້ນຖານເສດຖະກິດພັດທະນາເປັນສ່ວນຫຼາຍສາມາດຫຼີກລ້ຽງໄດ້ຄວາມສ່ຽງຊຸດໂຊມໃນໄລຍະສັ້ນ. ບົດລາຍງານກໍຊີ້ໃຫ້ເຫັນສັນຍານອັນຕັ້ງໜ້າຂອງບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ