IMF ຍາມໃດກໍ່ຈະຮ່ວມເດີນທາງ ກັບ ຫວຽດນາມ ໃນວິວັດການພັດທະນາ
(VOVWORLD) - ທ່ານ Alex Mourmouras ໄດ້ຕີລາຄາສູງແຜນນະໂຍບາຍ, ນະໂຍບາຍຂອງ ພັກ ແລະ ລັດ ຫວຽດນາມ ໃນການຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ
ທ່ານ ຫງວຽນວັນບິ່ງ ເລຂາສູນກາງພັກຄອມມູນິດ ຫວຽດນາມ ແລະ ທ່ານ Alex Mourmouras, ຫົວໜ້າຄະນະ ມາດຕາ IV ກົມ ອາຊີ - ປາຊີຟິກ (ພາບ: congthuong.vn) |
ຕອນບ່າຍວັນທີ 18 ເມສາ 2019, ຢູ່ ສຳນັກງານສູນກາງພັກ, ທ່ານ ຫງວຽນວັນບິ່ງ ເລຂາສູນກາງພັກຄອມມູນິດ ຫວຽດນາມ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກອງທຶນເງິນຕາສາກົນ (IMF) ໂດຍທ່ານ Alex Mourmouras, ຫົວໜ້າຄະນະ ມາດຕາ IV ກົມ ອາຊີ - ປາຊີຟິກ ເປັນຫົວໜ້າຄະນະ.
ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບິ່ງ ໄດ້ຕີລາຄາສູງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ລະຫວ່າງ ຫວຽດນາມ ແລະ IMF ໃນໄລຍະທີ່ຜ່ານມາ, ພິເສດໃນບັນດາການເຄື່ອນໄຫວທີ່ໃຫ້ຄຳປຶກສາດ້ານນະໂຍບາຍກ່ຽວກັບທະນາຄານ - ການເງິນ. ທ່ານ ຫງວຽນວັນບິ່ງ ຫວັງວ່າ IMF ຈະສືບຕໍ່ຮ່ວມເດີນທາງ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ, ເພີ່ມທະວີການເຄື່ອນໄຫວໜູນຊ່ວຍ, ບຳລຸງສ້າງ ແລະ ໃຫ້ຄຳປຶກສານະໂຍບາຍໃຫ້ແກ່ ຫວຽດນາມ ຫຼາຍກ່ວາອີກ
ສ່ວນທ່ານ Alex Mourmouras ໄດ້ຕີລາຄາສູງແຜນນະໂຍບາຍ, ນະໂຍບາຍຂອງ ພັກ ແລະ ລັດ ຫວຽດນາມ ໃນການຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ເປັນຕົ້ນແມ່ນບັນດາບຸລິມະສິດ ແລະ ເປົ້າໝາຍການພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ; ຢັ້ງຢືນວ່າ IMF ຍາມໃດກໍ່ຈະຮ່ວມເດີນທາງກັບ ຫວຽດນາມ ໃນວິວັດການພັດທະນາ.