IMF ອະນຸມັດຜ່ານປ້ວງເງິນອຸປະຖຳ ທີ່ສະຫງວນໃຫ້ແກ່ເກຼັກ
ທ່ານນາງ Christine Lagarde
( ພາບອີນເຕີແນດ )
|
( vovworld ) - 36 ຕື້ USD ແມ່ນບ້ວງເງິນໃໝ່ເຊິ່ງກອງທຶນເງິນຕາສາກົນ ( IMF ) ຫາກໍ່ອະນຸມັດຜ່ານໃຫ້ແກ່ເກຼັກ. ວັນທີ 15/3, ຄະນະຜູ້ອຳນວຍການຂອງ IMF ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງວໍຊິງເຕັນ ( ອາເມລິາ ) ໄດ້ຮັບຮູ້ຂໍ້ສະເໜີຂອງຜູ້ອຳນວຍການຝ່າຍບໍລິຫານ, ທ່ານນາງ Christine Lagarde ແມ່ນໃຫ້ເກຼັກ ກູ້ຢື່ມເງິນຕື່ມອີກ 36 ຕື້ USD. ອາທິດກ່ອນ, ທ່ານນາງ Lagarde ເວົ້າວ່າ ບັນດາບ້ວງເງິນກູ້ຢື່ມຂອງ IMF ໄດ້ສ່ອງແສງໃຫ້ເຫັນຄວາມຕັດສິນໃຈຂອງ IMF ແມ່ນສືບຕໍ່ຕັ້ງໜ້າເຂົ້າຮ່ວມການຊ່ວຍເຫຼືອລັດຖະບານເກຼັກ ໃນການແກ້ໄຂບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ຊຸກຍູ້ພື້ນຖານເສດຖະກິດປະເທດນີ້ພັດທະນາ. ບ້ວງເງິນກູ້ຢື່ມ 36 ຕື້ USD ຂອງ IMF ຖືກຕົກລົງກົງກັບຈຸດເວລາທີ່ບັນດາປະເທດເອີລົບ ຫາກໍ່ຕົກລົງປະຕິບັດບ້ວງເງິນອຸປະຖຳທີສອງທີ່ມີມູນຄ່າ 170 ຕື້ USD ໃຫ້ແກ່ເກຼັກ.