IMFອັງກິດພົ້ນຈາກອີຢູອາດຈະສ້າງຄວາມເສຍຫາຍຢ່າງໜັກໜ່ວງ
ຜູ້ອຳນວຍການໃຫຍ່ IMF Christine Lagarde
(ພາບ: THX/TTXVN)
(vovworld) - ວັນທີ 12/04, ກອງທຶນສາກົນ (IMF) ກ່າວເຕືອນເລື່ອງ ອັງກິດ ພົ້ນຈາກ ສະຫະພາບ ເອີລົບ (ອີຢູ) ຫຼື ເອີ້ນວ່າ “Brexit” ບໍ່ພຽງແຕ່ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ພາກພື້ນເທົ່ານັ້ນ ຫາກຍັງມີຜົນກະທົບຕໍ່ພື້ນຖານເສດຖະກິດທົ່ວໂລກອີກດ້ວຍ. ໃນບົດລາຍງານສະບັບໃໝ່ສຸດກ່ຽວກັບ “ແງ່ຫວັງເສດຖະກິດໂລກ” IMF ຕີລາຄາ “Brexit” ຈະເຮັດໃຫ້ບັນດາການພົວພັນການຄ້າຢຸດສະງັດ ແລະ ພາໃຫ້ເກີດ “ບັນດາສິ່ງທ້າທາຍໃຫຍ່” ໃຫ້ທັງ ອັງກິດ ແລະ ພາກສ່ວນທີ່ຍັງເຫຼືອຂອງ ເອີລົບ. IMF ກໍ່ຖືວ່າ ການລົງປະຊາມະຕິ ເພື່ອໃຫ້ຜູ້ມີສິດເລືອກຕັ້ງເລືອກເອົາເລື່ອງ ຈະໃຫ້ ອັງກິດ ຢູ່ຫຼື ພົ້ນຈາກ ອີຢູ ນັ້ນ ໄດ້ເຮັດໃຫ້ບັນດານັກລົງທຶນບໍ່ອຸ່ນອຽນໃຈ. ຕາມ IMF ແລ້ວ, ຖ້າວ່າ ໝາກຜົນຂອງການລົງປະຊາມະຕິໃຫ້ປະເທດ ອັງກິດ ພົ້ນຈາກ ອີຢູ, ບັນດາການເຈລະຈາ ເພື່ອແນໃສ່ບັນລຸບັນດາຂໍ້ຕົກລົງພາຍຫລັງ “Brexit” ຈະແກ່ຍາວໄປ, ບໍ່ພຽງແຕ່ມີຜົນກະທົບຢ່າງໜັກໜ່ວງເຖິງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ອຸປະໂພກບໍລິໂພກ ແລະ ວົງການລົງທຶນເທົ່ານັ້ນ ຫາກຍັງເຮັດໃຫ້ເພີ່ມຂຶ້ນລັກສະນະຄວາມສ່ຽງຂອງຕະຫລາດການເງິນ.