IMFອຸປະຖຳ10ລ້ານUSDໃຫ້Liberiaແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດEbola
(ພາບປະກອບ)
(vovworld) – ກອງທຶນເງິນຕາສາກົນ (IMF) ຕົກລົງອຸປະຖຳຈຳນວນເງິນກວ່າ 10 ລ້ານ USD ໃຫ້ Liberia ເພື່ອໃຫ້ປະເທດນີ້ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດ Ebola ແລະ ຟື້ນຟູເສດຖະກິດພາຍໃນປະເທດ. ທ່ານ David Lipton, ຮອງຜູ້ອຳນວຍການໃຫຍ່ IMF ໃຫ້ຮູ້ວ່າ, ເຖິງວ່າພະຍາດອັນຕາລາຍນີ້ໄດ້ຮັບການຄວບຄຸມຢູ່ເຂດອາຟະລິກາຕາເວັນຕົກ ເວົ້າລວມ ແລະ ຜົນຮ້າຍຢ້ອນຫຼັງຈາກLiberia ເວົ້າສະເພາະ, ແຕ່ Ebola ຍັງສົ່ງຜົນສະທ້ອນພໍສົມຄວນເຖິງບັນດາພື້ນຖານເສດຖະກິດ ແລະ ຊີວິດຂອງປະຊາຊົນຢູ່ເຂດນີ້ນັນລ້ານຄົນ. ແຕ່ວ່າ, ທ່ານ Lipton ກໍຕັກເຕື່ອນວ່າ, ບັນດາລາຍການໜູນຊ່ວຍດ້ານການເງິນຂອງ IMF ແລະ ບັນດາອົງການສິນເຊື່ອສາກົນອື່ນທີ່ສະຫງວນໃຫ້ Liberia ຍັງບໍ່ທັນມີປະສິດຜົນ ຍ້ອນວຽກງານປ້ອງກັນ, ຕ້ານພະຍາດ ແລະ ບັນດາມາດຕະການການເງິນແຫ່ງຊາດຍັງບໍ່ເຖິງຖອງ ແລະ ກ້າວກ່າຍກັນ.