IPU 132 ປຶກສາຫາລືກ່ຽວກັບຄວາມປອດໄພທາງເຄືອຂ່າຍ ແລະ ການຄຸ້ມຄອງແຫຼ່ງນ້ຳ
ພິທີໄຂກອງປະຊຸມສະຫະພັນລັດຖະສະພາສາກົນ 132 |
(vovworld)- ໃນຂອບເຂດການເຄື່ອນໄຫວຂອງ ກອງປະຊຸມສະຫະພັນລັດຖະສະພາສາກົນ 132 (IPU 132 ): ວັນທີ 29/3, ມີສະມາຊິກລັດຖະສະພາປະມານ 200 ທ່ານ ໄດ້ເຂົ້າຮ່ວມວາລະປະຊຸມຂອງສະພາບໍລິຫານດ້ວຍຈຸດສຸມແມ່ນປຶກສາຫາລືຮ່າງມະຕິ 2 ສະບັບກ່ຽວກັບຄວາມປອດໄພທາງເຄືອຂ່າຍ ແລະ ການຄຸ້ມຄອງແຫຼ່ງນ້ຳ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຮັບແຕ່ງຕັ້ງເປັນປະທານສະພາບໍລິຫານ IPU 132. ບັນຫາຄວາມປອດໄພທາງເຄືອຂ່າຍ ແລະ ການຄຸ້ມຄອງແຫຼ່ງນ້ຳ ກໍແມ່ນຫົວຂໍ້ຕົ້ນຕໍໃນການປຶກສາຫາລືໃນເວທີປາໄສສະມາຊິກລັດຖະສະພາໜຸ່ມ IPUຊຶ່ງຖືກຈັດຂຶ້ນໃນວັນທີ 29/3. ທ່ານ ຫງວຽນກັດວິງ ເລຂາຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ຜູ້ແທນທີ່ເຂົ້າຮ່ວມເວທີປາໄສ ຖືວ່າ :
“ ນ້ຳແມ່ນສິ່ງທີ່ສົ່ງຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງເຖິງຊີວິດການເປັນຢູ່ຂອງພວກເຮົາ. ປະຈຸບັນ, ນອກຈາກການຄຸ້ມຄອງແຫຼ່ງນ້ຳຢູ່ແຕ່ລະປະເທດພວກເຮົາ ເຫັນວ່າ ມີແມ່ນ້ຳຫຼາຍສາຍໄຫຼຜ່ານຫຼາຍປະເທດທີ່ແຕກຕ່າງກັນ. ຖ້າຫາກວ່າພວກເຮົາບໍ່ມີການຮ່ວມມື, ເປັນເອກະພາບກັນນັ້ນ, ຈະມີຫຼາຍປະເທດຮ່ວມແມ່ນ້ຳສາຍດຽວຈະຮັບຜົນສະທ້ອນທີ່ບໍ່ດີ. ດັ່ງນັ້ນ ຖ້າຫາກມີແນວຄວາມຄິດທີ່ຕັ້ງໜ້າ ແລະ ມີຄວາມຕັດສິນໃຈນັ້ນ, ບັນຫານີ້ ຈະໄດ້ຮັບການແກ້ໄຂບົນພື້ນຖານຄວາມກົມກ່ຽວດ້ານຜົນປະໂຫຍດລະຫວ່າງປະເທດຕ່າງໆ ”