ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມຕອງທິຟ້ອງ
ກ່າວຄຳເຫັນທີ່ IPU 131
|
(vovworld)- ຕາມແຈ້ງການສື່ມວນຊົນກ່ຽວກັບກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ IPU 132 ແລະ ບັນດາກອງປະຊຸມກ່ຽວຂ້ອງຢູ່ ຮ່າໂນ້ຍ, ແຕ່ວັນທີ 28/3-1/4/2015 ສະບັບອອກໃນວັນທີ 26/3 ໄດ້ເນັ້ນຫນັກວ່າ: IPU 132 ດຶງດູດການເຂົ້າຮ່ວມຂອງຄະນະຜູ້ແທນສາກົນກວ່າ 160 ຄະນະ ຊື່ງລວມມີ: ບັນດາລັດຖະສະພາສະມາຊິກ IPU, ສະມາຊິກຮ່ວມສຳພັນ, ບັນດາອົງການ ແລະ ແຂກຖືກເຊີນສາກົນ. ທີ່ IPU 132, ສະມາຊິກສະພາແຫ່ງຊາດມາຈາກຫລາຍປະເທດໃນໂລກ ຈະເຂົ້າຮ່ວມປຶກສາຫາລືກ່ຽວກັບຫົວເລື່ອງ: “ບັນດາຈຸດໝາຍພັດທະນາແບບຍືນຍົງ, ຫັນຄຳເວົ້າເປັນການກະທຳ”. IPU 132 ກໍຈະຮັບຮອງເອົາບັນດາຮ່າງມະຕິ ທີ່ 4 ກຳມາທິການກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ພັດທະນາແບບຍືນຍົງ, ການເງິນ ແລະ ການຄ້າ, ປະຊາທິປະໄຕ ແລະ ສິດທິມະນຸດ ແລະ ບັນດາບັນຫາ ສປຊ. ບັນດາສະມາຊິກສະພາແຫ່ງຊາດ ກໍປຶກສາຫາລືພິຈາລະນາຮັບຮອງເອົາມະຕິກ່ຽວກັບຫົວເລື່ອງຮີບດ່ວນ.
ກອງປະຊຸມສະມາຊິກສະພາແຫ່ງຊາດ ເພດຍິງ ໂດຍມີການເຂົ້າຮ່ວມຂອງກວ່າ 200 ທ່ານນາງ ຈະສະເຫລີມສະຫລອງ 30 ປີແຫ່ງວັນສ້າງຕັ້ງກົນໄກກອງປະຊຸມສະມາຊິກສະພາແຫ່ງຊາດເພດຍິງ.ຄຽງຄູ່ກັບບັນດາກອງປະຊຸມຂອງ IPU 132, ຍັງມີກອງປະຊຸມຫົວເລື່ອງສະເພາະ ໂດຍສຸມໃສ່ເຂົ້າໃນບັນດາຫົວເລື່ອງກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ ຊາຍ, ຊຸກຍູ້ສິດທິມະນຸດ. ເປີດສາກໃຫ້ບັນດາການເຄື່ອນໄຫວຂອງ IPU 132, ຕອນເຊົ້າວັນທີ 26/3, ສູນການຂ່າວ ຮັບໃຊ້ IPU 132 ໄດ້ເປີດເຄື່ອນໄຫວຢ່າງເປັນທາງການທີ່ສູນກອງປະຊຸມແຫ່ງຊາດ ໝີດີງ. ທ່ານນາງ Jemini Pandia Gillijns, ຮັບຜິດຊອບດ້ານສື່ສານ ຂຶ້ນກັບຄະນະເລຂາ IPU ເນັ້ນຫນັກວ່າ:
“ສູນການຂ່າວໄດ້ປະກອບເຄື່ອງອຸປະກອນຢ່າງຄົບຖ້ວນ, ຊ່ວຍໃຫ້ບັນດານັກຂ່າວສາມາດສຳພັດກັບແຫລ່ງຂ່າວຢ່າງສະດວກ. ການກະກຽມທາງດ້ານວັດຖຸຂອງປະເທດເຈົ້າພາບຫວຽດນາມ ປະທັບໃຈທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ IPU 132 ຈັດຂຶ້ນຢູ່ຫວຽດນາມ ປະສົບຜົນສຳເລັດ.”