IS ຖະແຫຼງບຸກໂຈມຕີກຳລັງເຊິ່ງອາເມລິກາ ໜູນຫຼັງຢູ່ຊີຣີ

(VOVWORLD) -ວັນທີ 26 ມີນາ, ພວກ IS ຖະແຫຼງວ່າໄດ້ປະຕິບັດການບຸກໂຈມຕີແນໃສ່ບັນດາກຳລັງເຊິ່ງອາເມລິກາ ໜູນຫຼັງ ຢູ່ນະຄອນ Manbij, ທາງພາກເໜືອຊີຣີ.

ການບຸກໂຈມຕີໄດ້ດຳເນີນໃນຕອນຄ່ຳຄືນວັນທີ 25 ມີນາ, ພາຍຫຼັງ 2- 3 ວັນທີ່ອາເມລິກາ ແລະ ບັນດາກຳລັງປະຊາທິປະໄຕຊີຣີ (SDF) ຢູ່ຊີຣີ ຖະແຫຼງວ່າ ໄດ້ເອົາຊະນະພວກ IS ດ້ວຍການບຸກຕີ “ກວາດລ້າງ” ຈົນໝົດກ້ຽງ ເຊິ່ງແມ່ນເຮືອນຮັງສຸດທ້າຍຂອງພວກມັນຢູ່ທາງທິດຕາເວັນອອກ. ເປົ້າໝາຍໃນຄ່ຳຄືນວັນທີ 25 ມີນາ ແມ່ນປ້ອມກວດກາຄວາມປອດໄພຢູ່ທາງທິດຕາເວັນຕົກ ນະຄອນ Manbij. ສະພາການທະຫານທ້ອງຖິ່ນຢັ້ງຢືນວ່າ, ມີມືປືນໂດຍອາເມລິກາ ໜູນຫຼັງຖືກເສຍຊີວິດ 7 ຄົນ.

        ຕາມອົງການຕິດຕາມກວດກາສິດທິມະນຸດຊີຣີ ແລ້ວ, ນີ້ແມ່ນການເຫດບຸກໂຈມຕີທີ່ນອງເລືອດທີ່ສຸດຢູ່ Manbij ພາຍຫຼັງເຫດບຸກໂຈມຕີສະຫຼະຊີບເມື່ອວັນທີ 16 ມັງກອນ, ເຊິ່ງເຮັດໃຫ້ 19 ຄົນເສຍຊີວິດ, ໃນນັ້ນມີພົນທະຫານອາເມລິກາ 4 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ