IS ປະກາດດຳເນີນການວາງລະເບີດໂບດອິດສະລາມຢູ່ ປາກິສຖານ
(ພາບປະກອບ/AP)
(vovworld) - ຕາມພະແນກພາຍໃນແຂວງ Balochistan, ຈຳນວນຜູ້ຖືກເສຍຊີວິດໃນການວາງລະເບີດໂບດອິດສະລາມ Shah Noorani ທາງພາກໃຕ້ ປາກິສຖານ ໃນວັນທີ 12/11 ໄດ້ຂຶ້ນເຖິງ 52 ກວ່າຄົນ. ນອກນັ້ນຍັງມີ 105 ຄົນໄດ້ຮັບບາດເຈັບ. ອົງການລັດອິດສະລາມ (IS) ຖະແຫຼງໄດ້ດຳເນີນການວາງລະເບີດນີ້, ກໍ່ຄືການວາງລະເບີດຢູ່ສະຖາບັນຕຳຫຼວດໃນແຂວງນີ້ເມື່ອເດືອນ 10 ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດເກືອບ 60 ຄົນ. ທ່ານນາຍົກລັດຖະມົນຕີ ປາກິສະຖານ Nawaz Sharif ໄດ້ກ່າວປະນາມເຫດບຸກໂຈມຕີ ແລະ ຖະແຫຼງວ່າຈະດັບສູນບັນດາພວກກະບົດທີ່ພວມເຄື່ອນໄຫວຢູ່ເຂດນີ້.