Israelປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ
ທ່ານປະທານາທິບໍດີ Israel Reuven Rivlin
ຕ້ອນຮັບທ່ານເອກອັກຄະລັດຖະທູດ ກາວເຈີ່ນກວກຫາຍ
(ພາບ: vietnam+)
(vovworld) - ວັນທີ 01/02 ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ກາວເຈີ່ນກວກຫາຍ ເຂົ້າຍື່ນສານຕາຕັ້ງ, ທ່ານປະທານາທິບໍດີ Israel Reuven Rivlin ຢືນຢັນຄວາມປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງ 2 ປະເທດ. ທີ່ການຕ້ອນຮັບ, ທ່ານປະທານາທິບໍດີ Rivlin ຖືວ່າ: ເລື່ອງຊຸກຍູ້ການພົວພັນ ແລະ ເພີ່ມທະວີການຮ່ວມມືລະຫວ່າງ 2 ພື້ນຖານເສດຖະກິດ ຈະຮັບໃຊ້ຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ທ່ານປະທານາທິບໍດີ Rivlin ຊີ້ແຈ້ງວ່າ: Israel ມີທ່າແຮງກ່ຽວກັບເຕັກໂນໂລຢີ ແລະ ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະ ແຫລ່ງຊັບພະຍາກອນມະນຸດຈາກ ຫວຽດນາມ. ສ່ວນທ່ານເອກອັກຄະລັດຖະທູດ ກາວເຈີ່ນກວກຫາຍ ຖືວ່າ: ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະຝ່າຍ, ພິເສດແມ່ນໃນບັນດາຂົງເຂດວິທະຍາສາດເຕັກໂນໂລຢີ ແລະ ກະສິກຳ, ປະຈຸບັນວົງເງິນການຄ້າ 2 ຝ່າຍ ບໍ່ພຽງແຕ່ຢຸດຢູ່ລະດັບ 2 ຕື້ USD ເທົ່ານັ້ນ ຫາກຍັງສາມາດເພີ່ມຂຶ້ນສູງກ່ວາອີກ. 2 ປະເທດພວມມີແຜນການດຳເນີນການເຈລະຈາກ່ຽວກັບສັນຍາການຄ້າເສລີ (FTA) ໃນເດືອນ 3 ຈະມາເຖິງ ແລະ ຄາດຄະເນວ່າ ຈະສິ້ນສຸດວິວັດທະນາການນີ້ ພາຍຫລັງ 2 ປີ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ: ເລື່ອງສຳເລັດການເຈລະຈາ FTA ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ແລະ ວິສາຫະກິດ 2 ປະເທດ, ພ້ອມທັງ ສະເໜີ Israel ຮັບຮອງເອົາທີ່ຕັ້ງເສດຖະກິດການຕະຫລາດໃຫ້ ຫວຽດນາມ ໂດຍໄວ.