(vovworld) – ວັນທີ 13/08, ກຸ່ມລັດອິດສລາມ (IS) ຂະໜາມນາມເອງ ຍອມຮັບໄດ້ດຳເນີນເຫດວາງລະເບີດຢູ່ເຂດຕະຫຼາດທີ່ມີປະຊາຊົນເປັນຈຳນວນຫຼວງຫຼາຍ ຢູ່ Sadr City, ທາງທິດຕາເວັນອອກສຽງເໜືອ ນະຄອນຫຼວງ ແບກແດດ, ຂອງອີຣັກ ໃນວັນດຽວກັນ, ເຮັດໃຫ້ຢ່າງໜ້ອຍສຸດມີ 60 ຄົນເສຍຊີວິດ ແລະ 200 ຄົນຮັບບາດເຈັບ. ເຫດວາງລະເບີດດັ່ງກ່າວໄດ້ທຳລາຍເຂດຕະຫຼາດຊຸມຊົນເຮັດໃຫ້ຫຼາຍຄົນຫາຍສາບສູນ. ໃນຖະແຫຼງການທີ່ສະເໜີທາງເຄືອຂ້າຍອີນເຕີແນດ, IS ໄດ້ຍອມຮັບແມ່ນຕົວການໃນເຫດວາງລະເບີດດັ່ງກ່າວເຊິ່ງອົງການນີ້ຖືວ່າ “ແມ່ນການກະທຳດຳເນີນສົງຄາມສັກສິດ”.