ISຖະແຫຼງປະຕິບັດເຫດບຸກໂຈມຕີ2ຄັ້ງຢູ່ອີຣັກ
ISຖະແຫຼງປະຕິບັດເຫດບຸກໂຈມຕີ2ຄັ້ງຢູ່ອີຣັກ
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 28/02, ກຳລັງລັດອິດສະລາມ (IS) ອ້າງຊື່ເອງ, ຍອມຮັບໄດ້ດຳເນີນເຫດວາງລະເບີດ 2 ຄັ້ງຢູ່ນະຄອນຫຼວງ ແບກແດດ, ໃນວັນດຽວກັນກ່ອນນັ້ນ, ເຮັດໃຫ້ 70 ຄົນເສຍຊີວິດ ແລະ 100 ຄົນຮັບບາດເຈັບ. ເຫດວາງລະເບີດ 2 ຄັ້ງນີ້ຖືກດຳເນີນຢູ່ເຂດຕະຫຼາດມີປະຊາຊົນເປັນຈຳນວນຫຼວງຫຼາຍ, ຢູ່ທາງທິດຕາເວັນອອກ ແບກແດດ. ຕາມບັນດາເຈົ້າໜ້າທີ່ແລ້ວ, ເຫດວາງລະເບີດຄັ້ງທຳອິດດ້ວຍລົດໂອໂຕ ເພື່ອແນໃສ່ດຶງດູດຄວາມສົນໃຈຂອງກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນ, ຫຼັງຈາກນັ້ນໄດ້ດຳເນີນເຫດວາງລະເບີດສະຫຼະຊີບຄັ້ງທີ 2 ເພື່ອແນໃສ່ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບກວ່າ.