ພາບປະກອບ:internet
|
(vovworld)- ບັນດາມືປືນ ຂຶ້ນກັບ ລັດອິດສະລາມ IS ອ້າງຊື່ເອງ ຢູ່ ອີຣັກ ໄດ້ລອບຈັບຕົວເດັກນ້ອຍ 127 ຄົນ ຢູ່ ນະຄອນ Mosul ເພື່ອອົບຮົມໃຫ້ກາຍເປັນບັນດາມືປືນໃນອົງການກໍ່ການຮ້າຍນີ້. ທ່ານ Saeed Mamouzini, ເຈົ້າຫນ້າທີ່ພັກປະຊາທິປະໄຕ ຊາວ ເຄີດສ ໃຫ້ຮູ້ວ່າ: ການລອບຈັບຕົວດັ່ງກ່າວແມ່ນດຳເນີນກ່ອນນີ້ ສອງສາມວັນ ແລະ ພວກເດັກນ້ອຍສ່ວນຫລາຍແມ່ນມີອາຍຸແຕ່ 11-15 ປີ. ຈຳນວນເດັກດັ່ງກ່າວຖືກສົ່ງເຖິງບັນດາຄ້າຍພິເສດ ເພື່ອອົບຮົມການນຳໃຊ້ອາວຸດ ແລະ ປະຕິບັດບັນດາການເຄື່ອນໄຫວກໍ່ການຮ້າຍ. ໃນວັນດຽວກັນ, ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ ອີຣັກ, ທ່ານ Abdulkarim Fares ຖືກບັນດາມືປືນລອບຈັບຕົວຢູ່ ເມືອງ Bunoug ທາງທິດຕາເວັນອອກຂອງນະຄອນຫລວງ ແບກແດດ. ປະຈຸບັນ ບໍ່ທັນມີຂ່າວຄາວກ່ຽວກັບກຳລັງຢືນເບື້ອງຫລັງເຫດລອບຈັບຕົວດັ່ງກ່າວ.