(vovworld) – ເຫດວາງລະເບີດສະຫຼະຊີບ 2 ຄັ້ງໂດຍກຸ່ນລັດອິດສລາມ IS ຂະໜານນາມເອງ ປະຕິບັດຢູ່ໂບດອິດສລາມແຫ່ງໜຶ່ງ ຂອງຊາວ Siite ທີ່ນະຄອນຫຼວງ Sanaa ຂອງເຢແມນ ໃນວັນທີ 02/09. ບັນດາຕົວພະຍານໃຫ້ຮູ້ວ່າ, ເຫດວາງລະເບີດຄັ້ງທຳອິດແມ່ນຜູ້ຊາຍຄົນໜຶ່ງປະຕິບັດຢູ່ໂບດທີ່ເມືອງ Jarraf. ຫຼັງຈາກນັ້ນ, ມີລົດໂອໂຕຄັນໜຶ່ງທີ່ຈອດຢູ່ແຄມທາງກໍຖືກລະເບີດ. ຖະແຫຼງການໃນແວບໄຊສັງຄົມ, IS ໄດ້ຍ້ອມຮັບວ່າໄດ້ດຳເນີນບັນດາການບຸກໂຈມຕີນີ້.
ແລະກໍໃນວັນດຽວກັນ, ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດ ແລະ ນັບສີບຄົນຮັບບາດເຈັບ ໃນເຫດວາງລະເບີດລົດໂອໂຕ ຢູ່ນະຄອນທ່າກໍ່າປັນ Latakia ຂອງຊີຣີ. ປະຈຸບັນຍັງບໍ່ທັນມີອົງການ ຫຼື ສ່ວນບຸກຄົນໃດກ່າວຮັບຜິດຊອບຕໍ່ເຫດວາງລະເບີດນີ້ເທື່ອ.