ISສັງຫານຊາວKurdຢູ່ຊີຣີ23ຄົນ

ISສັງຫານຊາວKurdຢູ່ຊີຣີ23ຄົນ - ảnh 1
(ພາບ​ປະ​ກອບ​ຈາກ AP)

(vovworld) – ວັນ​ທີ 25/6, ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ ຊີ​ຣີ (SOHR) ໃຫ້​ຮູ້​ວ່າ​ບັນ​ດາ​ມື​ປືນ​ຂຶ້ນ​ກັບ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ​ໄດ້​​ສັງ​ຫານ​ຂ້າ​​ຊາວ Kurd ຢ່າງ​ໜ້ອຍ​ສ​ຸດ 23 ຄົນຢູ່​ບ້ານ​ໜຶ່ງ​ຢູ່​ເທດ​ສະ​ບານ​ຊາຍ​ແດນ Kobane ພາກ​ເໜືອ ຊີ​ຣີ. ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ລວມ​ມີ​ທັງ​ແມ່​ຍິງ ແລະ ເດັກ​ນ້ອຍ. ຕາມ SOHR ແລ້ວ, IS ໄດ້​ດຳ​ເນີນ​ເຫ​ດ​ການ​ບຸກ​ໂຈມ​ຕີ​ໂດຍ​ບັງ​ເອີນ​ເຂົ້າ​ບ້ານ Barkh Butan, ຍິງ​ຕາຍ​ຢ່າງ​ໜ້ອຍ​ສຸດ 23 ຄົນ, ແລະ​ ຫຼັງ​ຈາກນັ້ນ 2, 3 ຊົ່ວ​ໂມງໄດ້​ດຳ​ເນີນ​ການ​ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ເທດ​ສະ​ບານ Kobane 2 ຄັ້ງ, ແຕ່​ມາ​ຮອດ​ປະ​ຈຸ​ບັນ​ບໍ່​ທັນ​ມີ​ການ​ປະ​ກາດ​ຕົວ​ເລກ​ກ່ຽວ​ກັບ​ຜູ້​ລົ້ມ​ຫາຍ​ຕາຍ​ຈາກ. ເທດ​ສະ​ບານ Kobane ໃກ້​ກັບ​ຊາຍ​ແດນ ຕວກ​ກີ ມີ​ຈຳ​ນວນ​ຊາວ Kurd ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນວນຫຼວງຫຼາຍ ແລະ ແມ່ນ​ຖານ​ທີ່​ໝັ້ນ​ສຳ​ຄັນ​ໃນ​ບັ້​ນ​ຮົບ​ຕ້ານ IS. ກຳ​ລັງ​ຊາວ Kurd ດ້ວຍ​ການ​ໜູນຫຼັງ​ຂອງ​ທະ​ຫາ​ນອ​າ​ກາດ ອາ​ເມ​ລິ​ກາ ຍືດ​ຄອງໄດ້​ເທດ​ສະ​ບານ​ແຫ່ງນີ້​​ຄືນ​ໃໝ່ເມື່ອ​ເດືອນ 1 ຜ່ານ​ມາ​ພາຍຫຼັງ 4 ເດືອນ​ຕໍ່​ສູ້​ຢ່າງ​ດຸ​ເດືອດ​ກັບ​ບັນ​ດາ​ມື​ປືນ IS.


ຂ່າວ/ບົດ​ອື່ນ