NATO ກະກຽມການຊ້ອມຮົບຂອບຂະໜາດໃຫຍ່

(VOVWORLD) - ໃນຈຳນວນນີ້ລວມມີທັງ Steadfast Defender 2024, ການຊ້ອມຮົບຂະໜາດໃຫຍ່ທີ່ສຸດຂອງຝ່າຍຕາເວັນຕົກ ນັບແຕ່ສົງຄາມເຢັນ
NATO ກະກຽມການຊ້ອມຮົບຂອບຂະໜາດໃຫຍ່ - ảnh 1(ພາບປະກອບ: Stars and Stripes)

        ວັນທີ 15 ມັງກອນ, ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ໄດ້ແຈ້ງໃຫ້ຊາບວ່າ ໄດ້ກະກຽມໃຫ້ບັນດາການເຄື່ອນໄຫວຊ້ອມຮົບທີ່ມີຂອບຂະໜາດໃຫຍ່ໃກ້ກັບເຂດຊາຍແດນ ສະຫະພັນ ລັດເຊຍ ແລະ ເບລາຣຸດ. ສິ່ງທີ່ໜ້າສົນໃຈ, ໃນຈຳນວນນີ້ລວມມີທັງ Steadfast Defender 2024, ການຊ້ອມຮົບຂະໜາດໃຫຍ່ທີ່ສຸດຂອງຝ່າຍຕາເວັນຕົກ ນັບແຕ່ສົງຄາມເຢັນ ແລະ ຈະແກ່ຍາວປະມານ 2 ເດືອນ. ການຊ້ອມຮົບ Steadfast Defender 2024 ຈະມີການເຂົ້າຮ່ວມຂອງນາຍທະຫານກວ່າ 100.000 ຄົນ ທີ່ມາຈາກ 32 ປະເທດ. ໂປໂລຍ ຈະສວມບົດບາດພິເສດໃນບັນດາເຫດການດັ່ງກ່າວ ເມື່ອບັນດາການເຄື່ອນໄຫວຕົ້ນຕໍຄາດວ່າຈະຈັດຂຶ້ນຢູ່ ໂປໂລຍ ແລະ ບັນດາປະເທດເຂດ Baltic.

        ພາຍຫຼັງສິ້ນສຸດ Steadfast Defender 2024, ການຊ້ອມຮົບທີ່ມີຊື່ວ່າ Nordic Response 2024 ກໍ່ໄດ້ຂຶ້ນແຜນ ດ້ວຍການເຂົ້າຮ່ວມຂອງນາຍທະຫານ NATO 20.000 ຄົນ. Nordic Response 2024 ຈະດຳເນີນຢູ່ບັນດາເຂດທາງທິດເໜືອຂອງ ນອກແວ, ຊູແອັດ ແລະ ແຟງລັງ, ນັບທັງທາງອາກາດ ແລະ ທາງທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ