NATO ອາດຈະຮັບ ຢູແກຼນ ເຂົ້າເປັນສະມາຊິກຢູ່ກອງປະຊຸມສຸດຍອດ ໃນເດືອນກໍລະກົດ ຈະມາເຖິງ
(VOVWORLD) - ປີ 2008, NATO ເຫັນດີເປັນເອກະພາບວ່າ ຢູແກຼນ ຈະກາຍເປັນສະມາຊິກຂອງສຳພັນທະມິດໃນເວລາໃດໜຶ່ງ ແຕ່ບໍ່ກຳນົດເວລາລະອຽດ.
ທ່ານເລຂາທິການໃຫຍ່ NATO Jens Stoltenberg (ພາບ: AFP/TTXVN) |
ອະນາຄົດຂອງ ຢູແກຼນ ແມ່ນຢູ່ໃນອົງການສົນທິສັນຍາອັດລັງຕິກເໜືອ (NATO). ທ່ານເລຂາທິການໃຫຍ່ NATO Jens Stoltenberg ໄດ້ເນັ້ນໜັກສານດັ່ງກ່າວຢູ່ການຖະແຫຼງຂ່າວ ພາຍຫຼັງການພົບປະກັບທ່ານປະທານາທິບໍດີ ຢູແກຼນ ຢູ່ນະຄອນຫຼວງ Kiev ໃນວັນທີ 20 ເມສາ. ທ່ານ Jens Stoltenberg ໃຫ້ຮູ້ວ່າ ເລື່ອງ ຢູແກຼນ ເຂົ້າເປັນສະມາຊິກ NATO ຈະແມ່ນຫົວຂໍ້ຫຼັກຢູ່ກອງປະຊຸມສຸດຍອດ NATO ແລະ ບັນດາປະເທດສຳພັນທະມິດລ້ວນແຕ່ເຫັນດີເປັນເອກະພາບຕໍ່ສິ່ງນັ້ນ.
ປີ 2008, NATO ເຫັນດີເປັນເອກະພາບວ່າ ຢູແກຼນ ຈະກາຍເປັນສະມາຊິກຂອງສຳພັນທະມິດໃນເວລາໃດໜຶ່ງ ແຕ່ບໍ່ກຳນົດເວລາລະອຽດ. ຫຼັງຈາກນັ້ນ, ອາເມລິກາໄດ້ຮຽກຮ້ອງ NATO ສະໜອງກ່ຽວກັບເວລາເຂົ້າຮ່ວມຢ່າງລະອຽດໃຫ້ ຢູແກຼນ, ແລະຍັງໄດ້ເອີ້ນວ່າ ແຜນການກະທຳສະມາຊິກ, ແຕ່ ຝລັ່ງ ແລະ ເຢຍລະມັນ ໄດ້ຄັດຄ້ານຍ້ອນກັງວົນວ່າການກະທຳນີ້ຈະສ້າງຄວາມເຄັ່ງຕຶງໃນການພົວພັນກັບລັດເຊຍ. ຢູແກຼນ ໄດ້ສົ່ງໃບຂໍເຂົ້າເປັນສະມາຊິກຂອງ NATO ຢ່າງເປັນທາງການ ໃນປີ 2022 ພາຍຫຼັງ ລັດເຊຍ ເປີດບັ້ນການທະຫານພິເສດ.