NATO, ອາເມລິກາສະແດງຄວາມຊົມເຊີຍຂໍ້ຕົກລົງແບ່ງປັນສິດອຳນາດຢູ່ອາບການິດສະຖານ
(VOVWORLD) -ວັນທີ 17 ພຶດສະພາ, ທ່ານ ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງກ່ຽວກັບການແບ່ງສິດອຳນາດລະຫວ່າງ ບັນດາຄູ່ແຂ່ງດ້ານການເມືອງຢູ່ອາບການນິດສະຖານ ແລະ ຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ມານະພະຍາຍາມເພື່ອສັນຕິພາບ.
ທ່ານ Ashraf Ghani ແລະ ທ່ານAbdullah Abdullah ລົງນາມຂໍ້ຕົກລົງແບ່ງອຳນາດ, ຢຸດຕິສະພາບຈົນຕາແຈດ້ານການເມືອງຢູ່ Kabul ໃນວັນທີ 17 ພຶດສະພາ 2020 (ພາບ: TTXVN)
|
ແລະກໍ່ໃນວັນດຽວກັນ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງແບ່ງ ສິດອຳນາດທີ່ບັນລຸໄດ້ລະຫວ່າງ ທ່ານ Ashraf Ghani ປະທານາທິບໍດີ ອາບການິດສະຖານ ແລະ ຄູ່ແຂ່ງດ້ານການເມືອງ Abdullah Abdullah, ພ້ອມທັງຮຽກຮ້ອງໃຫ້ມີມາດຕະການແກ້ໄຂດ້ານການເມືອງເພື່ອແນໃສ່ຢຸດຕິການໃຊ້ຄວາມຮຸນແຮງທີ່ພວມເພີ່ມຂຶ້ນ. ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດໄດ້ຢ້ຳຄືນບຸລິມະສິດຂອງອາເມລິກາຍັງຄົງແມ່ນຂໍ້ຕົກລົງດ້ານການເມືອງເພື່ອແນໃສ່ຢຸດຕິການປະທະກັນ.