NATOເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດລວມໝູ່
ທ່ານ Stoltenberg ເລຂາທິການໃຫຍ່ NATO
(ພາບ: ndtv.com)
|
(vovworld)- ທ່ານ Jens Stoltenberg ເລຂາທິການໃຫຍ່ ອົງການ NATO ໃຫ້ຄຳໝັ້ນສັນຍາ ເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດລວມໝູ່ ຂອງກຸ່ມທະຫານຮັບມືກັບທຸກໄພອັນຕະລາຍ. ກ່າວຄວາມເຫັນ ໃນວາລະກອງປະຊຸມ ຄັ້ງທີ 62 ຂອງລັດຖະສະພາບັນດາປະເທດ NATO, ພວມດຳເນີນຢູ່ Istanbul, ຕວກກີ ໃນວັນທີ 21/11 ທ່ານ Stoltenberg ເລຂາທິການໃຫຍ່ NATO ໃສ່ໃຈວ່າ: NATO ພວມຊັ່ງຊາການຊຸກຍູ້ຄວາມສາມາດ ດ້ານການປ້ອງກັນຊາດລວມໝູ່, ຮັບປະກັນຄວາມໝັ້ນຄົງ, ເພີ່ມທະວີການຮ່ວມມືກັບສະຫະພາບເອີລົບ (EU) ແລະ ເປີດກວ້າງພັນທະມິດກັບການເຊື້ອເຊີນ Montenegro ເຂົ້າຮ່ວມ. NATO ພວມມີບັນດາບາດກ້າວຢ່າງລະອຽດ ເພື່ອມຸ່ງໄປເຖິງການເປີດກວ້າງການມີໜ້າໄປສູ່ເຂດທະເລດຳ ແລະ ເຂດທິດຕາເວັນຕົກຂອງກຸ່ມ NATO, ລວມມີການຜັນຂະຫຍາຍ 4 ກອງພັນນ້ອຍຫຼາຍປະເທດ ຢູ່ບັນດາປະເທດ Baltic ແລະ ໂປໂລ່ຍ ນອກຈາກນັ້ນ, ທ່ານ Jens Stoltenberg ຍັງເນັ້ນໜັກເຖິງ: ກຸ່ມການທະຫານພວມພິຈາລະນາບັນດາມາດຕະການປ້ອງກັນຮັກສາ ເພີ່ມເຕີມເທິງອາກາດ ແລະ ທະເລ.