OECDກ່າວເຕືອນຊາວອັງກິດຈະທຸກຍາກຖ້າຫາກອອກຈາກອີຢູ

OECDກ່າວເຕືອນຊາວອັງກິດຈະທຸກຍາກຖ້າຫາກອອກຈາກອີຢູ - ảnh 1
ທ່ານ Angel Gurria  ​ເລຂາທິການ​ໃຫຍ່ OECD
(ພາບ: AFP/TTXVN)

(vovworld) - ບົດ​ລາຍ​ງານ​ໄຈ​້ແຍ​ກຂອງ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (OECD) ​ໃນວັນ​ທີ 27/04 ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເລື່ອງ ອັງກິດ ອອກ​ຈາກ ​ເອີ​ລົບ ຈະ​ກໍ່​ຄວາມ​ເສຍ​ຫາຍ ທຽບ​ເທົ່າ​ກັບ​ເລື່ອງ​ຖື​ກ​ເສຍ​ພາສີຕື່ມ​ອີກ, ​ເຮັດ​ໃຫ້​ຊາວ ອັງ​ກິດ ຈະມີ​ຄວາມ​ທຸກ​ຍາກ​. ທ່ານ Angel Gurria  ​ເລຂາທິການ​ໃຫຍ່ OECD ຊີ້​ແຈ້ງວ່າ: ​ໂດຍ​ລະອຽດ ​​ແມ່ນໄລ່​ຮອດປີ 2020, ​ຜູ້ ​ອອກ​ແຮງ​ງານ​ແຕ່ລະຄົນຢູ່ ອັງກິດ ຈະ​ຖືກ​ເສຍ​ເງິນ​​ເທົ່າ​ກັບເດືອນໜຶ່ງ​ຄື​ໃນ​ປະຈຸ​ບັນ​ແມ່ນ 3.200 USD. ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ຂອງ​ອັງກິດ ຈະ​ຫລຸດ​ລົງ 3,3% ​ໃນ​ໄລຍະ 4 ປີ​ຈະ​ມາ​ເຖິງ ​ແລະ ຫລຸດລົງ 5,1% ​ໃນ​ປີ 2030. ບັນດາຜົນ​ກະທົບ​ຈາກຄວາມຂາດ​ສະຖຽນ​ລະ​ພາບ​ດ້ານເສດຖະກິດ, ພາສີ​ເພີ່ມ​ຂຶ້ນ, ​ເລື່ອງ​ຫລຸດຜ່ອນ​ຊາວ​ອອກ​ແຮງ​ງານ​ ​ຍ້ອນ​​ເປົ້າ​ໝາຍ​ເສດຖະກິດ ​ແລະ ບັນດາການ​​ເໜັງ​ຕີງ​ຂອງ​ເງິນ​ປອນ ​​ແມ່ນ​ສາຍ​ເຫດ​ຕົ້ນ​ຕໍ່​ທີ່​ພາ​ໄປ​ເຖິງການ​ຊຸດ​ໂຊມ​ນີ້. ບົດ​ໄຈ​້​ແຍກ​ໃໝ່​ສຸດຂອງ OECD ກໍ່​ຄື​ກັນ​ກັບ​ຄຳ​ກ່າວ​ເຕືອນ​ໂດຍ​ກະຊວງ​ການ​ເງິນ ອັງກິດ ​ປະກາດ​ໃນ​ເດືອນ 4 ກ່ຽວ​ກັບ​ເລື່ອງຊາວ ອັງກິດ ນັບ​ນື້ນັບທຸກ​ຍາກຍ້ອນ​ລາຍ​ຮັບ​ຫລຸດ​ລົງປະມານ 6.100 USD/ຄົວ​ເຮືອນ/ປີ ຖ້າ ອັງກິດ ອອກ​ຈາ​ກ ອີ​ຢູ.

ຂ່າວ/ບົດ​ອື່ນ