OPEC+ ບໍ່ດັດປັບປະລິດມານນ້ຳມັນ
(VOVWORLD) - ຢູ່ກອງປະຊຸມທີ່ນະຄອນຫຼວງ ວຽນນາ, ປະເທດ ໂອຕາລິດ, ວັນທີ 4 ທັນວາ, ລັດຖະມົນຕີບັນດາປະເທດສະມາຊິກອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ຄູ່ຮ່ວມມື ໄດ້ຕົກລົງຮັກສາປະລິມານນ້ຳມັນຄືເກົ່າ.
ພາບປະກອບ: Shutterstock |
ທ່ານລັດຖະມົນຕີກະຊວງນ້ຳມັນ ກູເວດ ໄດ້ຢັ້ງຢືນວ່າ ບັນດາຂໍ້ຕົກລົງຂອງ OPEC+ ລ້ວນແຕ່ອີງຕາມຂໍ້ມູນການຕະຫຼາດນ້ຳມັນ ແລະ ເພື່ອແນໃສ່ຮັບປະກັນຕະຫຼາດນີ້ເປັນປົກກະຕິ.
ເດຶອນຕຸລານີ້, OPEC+ ໄດ້ເກີດມີຫຼາຍຄຳເຫັນທີ່ກົງກັນຂ້າມກັນເມື່ອປະກາດຂໍ້ຕົກລົງຫຼຸດຜ່ອນປະລິມານນ້ຳມັນຕື່ມອີກ 2 ລ້ານຖັງຕໍ່ວັນ, ປະມານ 2%ຄວາມຕ້ອງການຂອງໂລກ, ມີຜົນສັກສິດນັບແຕ່ເດືອນພະຈິກ 2022 ຈົນຮອດປີ 2023. ອາເມລິກາ ກ່າວຫາ OPEC+ ແລະ ໜຶ່ງໃນບັນດາປະເທດນຳພາກຸ່ມນີ້ແມ່ນປະເທດ ອາຣັບບິ ຊາອຸດິ ວ່າ ສະໜັບສະໜູນລັດເຊຍ. ເຖິງຢ່າງໃດກໍ່ຕາມ, OPEC+ ອ້າງເຫດຜົນທີ່ເຮັດໃຫ້ເຂົາເຈົ້າຫຼຸດປະລິມານລົງຍ້ອນວ່າ ແງ່ຫວັງເສດຖະກິດທົ່ວໂລກຖືກຊຸດໂຊມລົງ. ລາຄານ້ຳມັນໄດ້ຫຼຸດລົງ ນັບແຕ່ເດືອນ ຕຸລາ ປີ 2022 ພາຍຫຼັງເສດຖະກິດຈີນ ແລະ ທົ່ວໂລກ ມີການເຕີບໂຕຊັກຊ້າໆ ແລະ ສະພາບດອກເບ້ຍເພີ່ມຂຶ້ນສູງກ່ວາເກົ່າ.