OPEC+ ໃຫ້​ສັດ​ຕະ​ຍາ​ບັນ​ແຜນ​ການ​ເພີ່ມ​ປະ​ລິ​ມານການ​ຜະ​ລິດ ນ້ຳ​ມັນ

(VOVWORLD) -ທີ່ກອງປະຊຸມໃນວັນທີ 01 ມິຖຸນາ, ກຸ່ມບັນດາປະເທດສົ່ງອອກນ້ຳມັນ (OPEC) ແລະ ບັນດາຄູ່ຮ່ວມມື ຫຼືຍັງເອີ້ນວ່າ OPEC+ ໄດ້ເຫັນດີຮັກສາລະດັບການເພີ່ມປະລິມານການຜະລິດນ້ຳມັນທີ່ໄດ້ປຶກສາຫາລື ຈົນຮອດເດືອນກໍລະກົດຈະມາເຖິງ.
OPEC+  ໃຫ້​ສັດ​ຕະ​ຍາ​ບັນ​ແຜນ​ການ​ເພີ່ມ​ປະ​ລິ​ມານການ​ຜະ​ລິດ ນ້ຳ​ມັນ - ảnh 1ຮາກຖານຜະລິດນ້ຳມັນຢູ່ ອີຣານ (ພາບ: IRNA/TTXVN)

 ການຕັດສິນດັ່ງກ່າວ ໄດ້ຍົກອອກມາພາຍຫຼັງທີ່ບັນດາປະເທດຜະລິດນ້ຳມັນຄິດໄລ່ການຄາດຄະເນກ່ຽວກັບຄວາມອາດສາມາດຟື້ນຟູແຫຼ່ງສະໜອງ ໃນສະພາບການທີ່ແຫຼ່ງສະໜອງນ້ຳມັນຂອງ ອີຣານ ເພີ່ມຂຶ້ນ ພາຍຫຼັງຄວາມກ້າວໜ້າທີ່ບັນລຸໄດ້ໃນການເຈລະຈານິວເຄຼຍຄັ້ງຕ່າງໆ. ທ່ານຜູ້ອຳນວຍການໃຫຍ່ OPEC Mohammad Barkindo ຖືວ່າ ແຫຼ່ງສະໜອງຈາກ ອີຣານ ເພີ່ມຂຶ້ນ ຈະບໍ່ແມ່ນບັນຫາໃຫຍ່. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງພະລັງງານ ອາຣັບບີ ຊະອຸດິ Abdulaziz bin Salman ຄາດຄະເນວ່າ ບັ້ນສັກວັກຊິນກັນພະຍາດໂຄວິດ - 19 ຈະຊ່ວຍສ້າງຄວາມດຸ່ນດ່ຽງຫຼາຍກວ່າອີກໃນຕະຫຼາດນ້ຳມັນ.

ບັນດານັກຊ່ຽວຊານ OPEC+ ຄາດຄະເນວ່າ ຄວາມຕ້ອງການນ້ຳມັນໃນປີ 2021  ແມ່ນ 6 ລ້ານຖັງຕໍ່ວັນ, ໃນສະພາບການທີ່ໂລກໄດ້ຮັບການຟື້ນຟູພາຍຫຼັງໄລຍະໂລກລະບາດໂຄວິດ - 19. 

ຕອບກັບ

ຂ່າວ/ບົດ​ອື່ນ