(vovworld) - ບັນດາເຈົ້າໜ້າທີ່ສັງກັດອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ຫາກໍ່ໃຫ້ຮູ້ວ່າ, ອົງການດັ່ງກ່າວຈະຮັກສາຍຸດທະສາໃນປະຈຸບັນ ເພື່ອແນໃສ່ຮັກສາຄວາມໝັ້ນຄົງໃນຕະຫຼາດນ້ຳມັນທົ່ວໂລກ ໃນປີ 2015, ກໍ່ຄືຮັກສາປະລິມານນ້ຳມັນຂອງບັນດາປະເທດສະມາຊິກໃນອະນາຄົດອັນໃກ້ໆນີ້. ບັນດາເຈົ້າໜ້າທີ່ OPEC ຖືວ່າ, ຍາກທີ່ຈະປ່ຽນແປ່ງຍຸດທະສາດໃນປະຈຸບັນໄດ້ ຖ້າບໍ່ກໍ່ຄວາມດັນສຳລັບລາຄານ້ຳມັນໃນ 6 ເດືອນທ້າຍປີ 2015. ທ່ານລັດຖະມົນຕີວ່າການກະຊວງນ້ຳມັນອີຮັກ Adel Abdul Mahdi ຢືນຢັນວ່າ, OPEC ໄດ້ປະສົບຜົນສຳເລັດດ້ວຍຍຸດທະສາດຮັກສາປະລິມານ ແລະ ຊອກຫາວິທີຮັກສາອັດຕາສ່ວນຕະຫຼາດຂອງບັນດາປະເທດສະມາຊິກ, ແທນທີ່ພະຍາຍາມເພີ່ມລາຄາຂຶ້ນ 100 USD ດ້ວຍວິທີຫຼຸດຜ່ອນປະລິມານ. ທ່ານລັດຖະມົນຕີວ່າການກະຊວງນ້ຳມັນ ຊະອຸດີ ອາຣາເບຍ ກໍ່ມີທັດສະນະເຊັນດຽວກັນ ໂດຍຖືວ່າ, ອີງໃສ່ສະພາບຕົວຈິງ, ຄວາມຕ້ອງການພວມເພີ່ມຂຶ້ນ ສ່ວນແຫຼ່ງສະໜອງພວມຊັກຊ້າລົງ ແລະ ຕະຫຼາດພວມໝັ້ນຄົງຢູ່.