P5+1ແລະອີຣານເຊື່ອມຕໍ່ການເຈລະຈາຢ່າງລະມັດລະວັງ

P5+1ແລະອີຣານເຊື່ອມຕໍ່ການເຈລະຈາຢ່າງລະມັດລະວັງ - ảnh 1
ໂຄງການ​ນິວ​ເຄຼຍຂອງ​ອີຣານ
photo:nld.com.vn


(vovworld)- ວັນ​ທີ 3/7, ຢູ່ ​ເຊີ​ແນວ ປະ​ເທດ​ສະ​ວິດ, ກຸ່ມ P5+1 (ຊື່​ງລວມມີ ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ຝລ່ັງ, ອັງກິດ ​ແລະ ​ເຢຍລະ​ມັນ) ​ແລະ ອີຣານ ​ເລີ່​ມຕົ້ນ​ການ​ເຈລະຈາ​ຮອບ​ທີ 6 ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ເພື່ອ​ຊອກ​ຫາ​ຂໍ້​ຕົກລົງ​ສຸດ​ທ້າຍ​ກ່ອນ​ກຳນົດ​ເວລາ​ສຸດ​ທ້າຍ​ແມ່ນ​ວັນ​ທີ 20/7 ຈະ​ມາ​ເຖິງ. ຄາດ​ວ່າ ການ​ເຈລະຈາ​ຮອບ​​ໃຫມ່​ນີ້​ຈະ​ແກ່ຍາວ​ຮອດ​ວັນ​ທີ 15/7. ກ່ອນ​ດຳ​ເນີນ​ການ​ເຈລະຈາ, ວົງ​ການ​ເຈົ້າ​ຫນ້າ​ທີ່​ບັນດາ​ຝ່າຍ​ລ້ວນ​ແຕ່​ສະ​ແດງ​ທ່າ​ທີລະ​ມັດ​ລະວັງ ​ແລະ ບໍ່​ຕັ້ງ​ຄວາມ​ຫວັງ​ສູງສຳລັບ​ໝາກຜົນ​ການ​ເຈລະຈາ. ບັນດາ​ຝ່າຍ​ລ້ວນ​ແຕ່​ຖື​ວ່າ: ​ເລື່ອງ​ຕໍ່​ກຳນົດ​ເວລາ​ໃຫ້ຂໍ້​ຕົກລົງ ​ແມ່ນ​ການ​ເລືອກ​ເຟັ້ນ​ເໝາະ​ສົມ​ທີ່​ສຸດ​​ໃນ​ສະພາບ​ການ​ປະຈຸ​ບັນ. ຝ່າຍ​ຕາ​ເວັນ​ຕົກ ​ແລະ ອີີຣານ ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫລາຍ​ຢ່າງ​ກ່ຽວ​ກັບ​ຈຳນວນ​ຈັກ​ພົ້ນ​ສູນ​ເສີມ​ທາດ​ຢູຣານຽມ ຊື່​ງອີຣານ ມີ​ສິດ​ຮັກສາ​​ໄວ້, ​ໂຄງ​ປະກອບ​ຂອງ​ເຕົາ​ປະຕິ​ກອນ​ນ້ຳຫນັກ Arak ​ແລະ ຊ້ຳບໍ່ໜຳ ນັບທັງໂຄງການລູກສອນໄຟ
ນຳວິຖີຂອງເຕເຮຣານ.
ອາເມລິກາຖືວ່າ ບັນຫາລູກສອນໄຟນຳວິຖີຕ້ອງນຳເຂົ້າບໍ່ວ່າຂໍ້ຕົກລົງໃດລະຫວ່າງກຸ່ມ P5+1 ກັບ​ອີຣານ.

 

 

 

ຂ່າວ/ບົດ​ອື່ນ