Peru ຈະເປີດສະຫຼອງສະຖານທູດ ປະຈຳຫວຽດນາມ

Peru ຈະເປີດສະຫຼອງສະຖານທູດ ປະຈຳຫວຽດນາມ - ảnh 1
(ພາບ: vietnamplus.vn)

(vovworld) - ລັດຖະບານ Peru ຕົກລົງ​ເປີດ​ສະຖານທູດ​ປະຈຳ​ຫວຽດນາມ ​ໃນ​ຂອບ​ເຂດ​ນະ​ໂຍບາຍເພີ່ມ​ທະວີການ​ພົວພັນ​ມິດ​ຕະພາບ, ການ​ຮ່ວມ​ມື ​ແລະ ຄູ່​ເຈລະຈາ​ດ້ານ​ການ​ເມືອງ​ບົນ​ພື້ນຖານ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ​ຂອງ​ປະ​ເທດ​ອາ​ຟະ​ລິ​ກາ​ໃຕ້​ນີ້. ດຳລັດທີ່​ປະກາດ​ໃນ​ຈົດໝາຍ​ທາງ​ການ​ຂອງ Peru ໃຫ້​ຮູ້ວ່າ ​​ເລື່ອງ​ເປີດ​ສະຖານທູດ​ປະຈຳ​ຫວຽດນາມ ​​ແມ່ນນອນ​ໃນ​ຄວາ​ມານະ​ພະຍາຍາມ​ຂອງ​ລັດຖະບານ Peru ​​ໄດ້​ເປັນ​ການປັບປຸງ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟີ​ກ ​ແລະ ສືບ​ຕໍ່​ເປີດ​ກວ້າງ​ການ​ພົວພັນ​ດ້ານ​ການ​ເມືອງ - ການ​ຕ່າງປະ​ເທດ ​ແລ​ະ ​ເສດຖະກິດ - ການ​ຄ້າ ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ດຳລັດ​ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ສຳຄັນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ກໍ​ແມ່ນ​ຕະຫຼາດ​ສຳຄັນ​ເພື່ອ​ໃຫ້ Peru ​ເປີດ​ກວ້າງ​ການ​ພົວພັນ​ຢູ່​ອາຊີ - ປາຊີ​ຟີ​ກ.

ຂ່າວ/ບົດ​ອື່ນ