PetroVietnamເພີ່ມທະວີການຮ່ວມມືກັບບັນດາກຸ່ມບໍລິສັດນ້ຳມັນອາຍແກສລັດເຊຍ

PetroVietnamເພີ່ມທະວີການຮ່ວມມືກັບບັນດາກຸ່ມບໍລິສັດນ້ຳມັນອາຍແກສລັດເຊຍ - ảnh 1
ການ​ເຊັນ​ຂໍ້​ຕົກ​ລົ​ງ​ລະ​ຫວ່າງ 2 ຝ່າຍ
(ພາບ: Duy Trinh/TTXVN)

(vovworld) – ​​ ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St.Petresburg ຄັ້ງ​ທີ 19 (SPIEF 2015) ຊຶ່ງດຳ​ເນີນແຕ່​ວັນ​ທີ 18 – 20/6, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ຫວຽດ​ນາມ (Petro Vietnam) ໂດຍ​ຜູ້​ອຳ​ນວຍ​ການ​ໃຫຍ່ ຫງວຽນ​ກວກ​ແຄ໋ງ ​ນຳ​ໜ້າ​ໄດ້, ມີ​ການ​ພົບ​ປະ​ກັບ​ການ​ນຳ​ບັນ​ດາກ​ຸ່ມ​ບໍ​​ລິສັດ​ນ້ຳ​ມັນ​ອາຍ​ແກ​ສ​ໃຫຍ່​ຂອງ ລັ​ດ​ເຊຍ ເພື່ອ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ເພິ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວ​ມ​ມື​ລົງ​ທຶນ​ລະ​ຫ​ວ່າງ 2 ຝ່າຍ. ໃນ​ການ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Gazprom, ທ່ານ Alexey Miller, 2 ຝ່າຍ​ໄດ້​ປຶ​ກ​ສາ​ຫາ​ລື​ການ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳ​ມັນ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ເປີດ​ກ້​ວາງ​ໂຮງ​ງານ​ກັນ​ນ້ຳ​ມັນ ຢູງກວດ, ກໍ່​ຄື​ໃນ​ຂົງ​ເຂດ​ໄຟ​ຟ້າ, ເຊື້ອ​​ໄຟ… 2 ຝ່າຍ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ເງື່ອນ​ໄຂ​ພື້ນ​ຖານ​ໃຫ້​ແກ່​ໂຄງ​ການ​ພັດ​ທະ​ນາ ແລະ ຂຸດ​ຄົ້ນ​ບັນ​ດາ​ບໍ່​ນ້ຳ​ມັນ​ຂອງ​ສະ​ຫະ​ພັນ ລັດ​ເຊຍ. ຄະ​ນະ​ປະ​ຕິ​ບັດ​ງານຂອງ Petro Vietnam ກໍ່​ໄດ້​ປຶກ​ສາ​ຫາ​ລື​ກັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ລັດ​ເຊຍ Rosneft. 2 ຝ່າຍ​ປຶກ​ສາ​ຫາ​ລື​ວິ​ທີ​ເພີ່ມ​ທະ​ວີ, ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ໂຄງ​ການ​ຂຸດ​ຄົ້ນ​ລວມ​ໃນເຂດ​​ໄຫລ່​ທະ​ວີບ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ