Saigontourist ຕ້ອນຮັຍແຂກທ່ອງທ່ຽວ 2.400 ຄົນ

Saigontourist ຕ້ອນຮັຍແຂກທ່ອງທ່ຽວ 2.400 ຄົນ - ảnh 1
ກຳ່ປັ່ນ 5 ດາວ Costa Victoria
(ພາບ: ອີນເຕີເນັດ)

(vovworld) - ຕອນ​ເຊົ້າວັນ​ທີ 7/1, ຢູ່​ນະຄອນ ​ໂຮ່ຈີ​ມິນ, ບໍລິສັດ​ບໍລິການທ່ອງ​ທ່ຽວ Saigontourist ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 2.400 ​​ຄົນ (​ສ່ວນ​ຫຼາຍ​ແມ່ນ​ແຂກ​ຖື​ສັນຊາດ ອີ​ຕາ​ລີ, ​ແອດ​ປາຍ, ອັງກິດ) ຂອງ​ກຳ​່ປັ່ນ 5 ດາວ Costa Victoria ມາ​ຫວຽດນາມ ຕາມ​ລາຍການ​ທ່ອງ​ທ່ຽວ ​ໃນ​ເວລາ 4 ວັນ​ຈາກ​ພາກ​ໃຕ້​ຂຶ້ນ​ຮອດ​ພາກ​ເໜືອ​ຫວຽດນາມ​ຄື: ​ນະຄອນ ​ໂຮ່ຈີ​ມິນ - ດ່າ​ໜັງ - ຮ້າ​ລອງ. ນີ້​ແມ່ນ​ຄະນະ​ແຂກ​ທ່ອງ​ທ່ຽວ​ສາກົນ​ທຳ​ອິດ​ມາ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ ດ້ວຍ​ທາງ​ທະ​ເລ ​ໃນ​ປີ​ໃໝ່ 2013. ພາຍຫຼັງ​​ເຂົ້າ​ທຽບ​ທ່າ, ບໍລິສັດ​ບໍລິການທ່ອງ​ທ່ຽວ Saigontourist ​ໄດ້​ມີ​ສາຍ​ການ​ສົ່ງ​ແຂກ​ທ່ອງ​ທ່ຽວ​ຂອງ​ກ່ຳ​ປັ່ນ Costa Victoria ​ໄປ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ, ກູ​ຈີ (Cu Chi), ໝີ​ທໍ (My Tho) ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ປະ​ທັບ​ໃຈຄື ຮັບ​ຊົ​ມລາຍການສະ​ແດງ​ລະຄອນ​ຕຸກກະຕາ, ຊື້​ເຄື່ອງ​ຢູ່​ຕະຫຼາດ ​ແບ໋ນ​ແທ່ງ (Ben thanh), ຢ້ຽມຢາມ​ເຂດ​ເຮືອນ​ສວນ. ປີ 2012, Saigontourist ​ໄດ້​ຕ້ອນຮັບ​ ​ແລະ ຮັບ​ໃຊ້​ກ່ຳ​ປັ່ນສາກົນ 96 ຖ້ຽວ, ມາຢ້ຽມຢາມ ຮ້າ​ລອງ, ດ່າ​ໜັງ, ​ໂຮ້ຍອານ, ​ເຫ້ວ, ຍາ​ຈາງ, ນະຄອນ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ