ທ່ານເອກອັກຄະລັດຖະທູດ ຫງວຽນຕ໋ຽນມິງ
ພົບປະບັນດານັກບານເຕະ U23 ຫວຽດນາມ
(ພາບ: dantri.com.vn)
(vovworld) – ຕອນບ່າຍວັນທີ 27/5, ທ່ານເອກອັກຄະລັດຖະທູດ ຫງວຽນຕ໋ຽນມິງ ພ້ອມກັບບາງພະນັກງານສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ມີໜ້າຢູ່ເດີ່ນກິລາຂອງທິມບານເຕະຫວຽດນາມ ໃນບໍລິເວນໂຮງຮຽນ Nanyang Polytechnic, ເພື່ອຢ້ຽມຢາມ ແລະ ລະດົມກຳລັງໃຈບັນດານັກບານເຕະ U23. ທ່ານເອກອັກຄະລັດຖະທູດ ຫງວຽນຕ໋ຽນມິງ ໄດ້ແລກປ່ຽນກັບທ່ານຫົວໜ້າທິມບານເຕະ ເຢືອງຫວູເລີມ ເພື່ອເຂົ້າໃຈເຕື່ມກ່ຽວກັບສະພາບກິນຢູ່ ແລະ ຝືກແອບຂອງທິມບານເຕະ. ທ່ານເອກອັກຄະລັດຖະທູດກໍ່ຢ້ຽມຢາມຖາມຂ່າວຄູ່ຜູ້ຝຶກ Toshiya Miura, ພົບປະນັກບານເຕະແຕ່ລະຄົນເພື່ອລະດົມກຳລັງໃຈແນໃສ່ກະກຽມໃຫ້ການແຂ່ງຂັນຈະມາເຖິງດີທີ່ສຸດ.