SOM2 APEC: ພົ້ນເດັ່ນຈາກການຊຸກຍູ້ການຄ້າດີຈີຕອນເຖິງການອຸປະກະລະສັງຄົມ

(VOVWORLD) - ວັນທີ 12 ພຶດສະພາ, ບັນດາກອງປະຊຸມກ່ຽວຂ້ອງໃນຂອບເຂດກອງປະຊຸມຄັ້ງທີ 2 ບັນດາເຈົ້າໜ້າທີ່ອາວຸໂສ (SOM-2) ເວທີປາໄສຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) ສືບຕໍ່ດຳເນີນຢູ່ ຮ່າໂນ້ຍ. ບັນດາຫົວຂໍ້ພົ້ນເດັ່ນຈາກການຊຸກຍູ້ການຄ້າດີຈີຕອນເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການອຸປະກະລະສັງຄົມ ເຖິງວຽກງານຄຸ້ມຄອງເຫຼົ້າ ໄດ້ຮັບການປຶກສາຫາລື ແລະ ໄຈ້ແຍກຢ່າງຈະແຈ້ງ.
SOM2 APEC: ພົ້ນເດັ່ນຈາກການຊຸກຍູ້ການຄ້າດີຈີຕອນເຖິງການອຸປະກະລະສັງຄົມ - ảnh 1ບັນດາຜູ້ແທນທີ່ກອງປະຊຸມ 

ກອງປະຊຸມເຄືອຂ່າຍບັນດາສູນຄົ້ນຄ້ວາ APEC, ດ້ວຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບູ່ຍແທງເຊີນ, ປະທານ APEC. ກ່າວຄວາມເຫັນທີ່ພິທີໄຂກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ບູ່ຍແທງເຊີນ ຢືນຢັນວ່າໃນປີ 2017, ການຮ່ວມມື APEC ດ້ວຍຫົວຂໍ້ວ່າ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ“, ການຮ່ວມມື APEC ຄວນສຸມໃສ່ບັນດາເນື້ອໃນບຸລິມະສິດຄື: ຊຸກຍູ້ການເຕີບໂຕບັນດາພື້ນຖານເສດຖະກິດສະມາຊິກຕາມທິດໝັ້ນຄົງ, ມີຫົວຄິດປະດິດສ້າງ ແລະ ທົ່ວເຖິງກວ່າ; ເພີ່ມທະວີ ແລະ ເຮັດໃຫ້ການຮ່ວມສຳພັນໃນພາກພື້ນເລິກເຊິ່ງກວ່າ; ຕັ້ງໜ້າໜູນຊ່ວຍບັນດາວິສາຫະກິດນ້ອຍທີ່ສຸດ, ນ້ອຍ ແລະ ກາງກວ່າອີກ, ຍົກສູງກຳລັງແກ່ງແຍ້ງ, ຫົວຄິດປະດິດສ້າງ ແລະ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກໃນສັກກະລາດດີຈີຕອນຢ່າງມີປະສິດທິຜົນກວ່າ.

        ທີ່ກອງປະຊຸມສຳມະນາການສຶກສາ ແລະ ບຳລຸງສ້າງທັກສະ ແລະ ຮັບປະກັນຊີວິດສັງຄົມ, ທ່ານຮອງລັດຖະມົນຕີກະຊວງ ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຢວານເມົ້າຢຽບ ເນ້ັນໜັກກ່ຽວກັບເລື່ອງຮັບປະກັນຊີວິດສັງຄົມໃນບັນດາທົດສະວັດຫວ່າງແລ້ວນີ້, ພາກພື້ນ ອາຊີ - ປາຊີຟິກ ໄດ້ມີການເຕີບໂຕຢ່າງເຫັນໄດ້ຊັດ, ລະດັບຄອງຊີບຂອງປະຊາຊົນໄດ້ຮັບການປັບປຸງຫຼາຍທີ່ສຸດ, ສ້າງເງື່ອນໄຂສະດວກກວ່າໃຫ້ລັດຖະບານຕ່າງໆໃນພາກພື້ນຍົກສູງລະດັບງົບປະມານທີ່ສະຫງວນໃຫ້ແກ່ການຮັບປະກັນຊີວິດສັງຄົມ.

        “ການຮັບປະກັນຊີວິດສັງຄົມ ແມ່ນການລົງທຶນໃຫ້ແກ່ມະນຸດແລະໃນການພັດທະນາເສດຖະກິດໄລຍະຍາວ. ດ້ວຍຄຳຂວັນ “ບໍ່ມີໃຜຖືກຕົກຢູ່ເບື້ອງຫລັງ “ເຊິ່ງໄດ້ຢືນຢັນໃນໂຄງການດຳເນີນງານ ກ່ຽວກັບການພັດທະນາຢ່າງໝັ້ນຄົງຂອງສະຫະປະຊາຊາດເຖິງປີ 2030, ຈຳເປັນຕ້ອງມີຄວາມເຫັນດີເປັນເອກະພາບລະຫວ່າງບັນດາປະເທດ ອາຊີ - ປາຊີຟິກ ເພື່ອຮັບປະກັນບັນດາສິດກ່ຽວກັບຊີວິດສັງຄົມໃນບັນດາລະບອບ, ລະບຽບການແຫ່ງຊາດ ແລະ ບັນດາຂອບເຂດການຮ່ວມມືໃນພາກພື້ນ“.

        ໃນການເຮັດວຽກມື້ນີ້, (12/5) ຄະນະກຳມະການການຄ້າ ແລະ ການລົງທຶນ (CTI) ໄດ້ຈັດຕັ້ງການເຈລະຈານະໂຍບາຍດ້ານການຄ້າ ກ່ຽວກັບການກຳນົດບັນດາພາກສ່ວນ ເພື່ອສ້າງຄວາມສະດວກໃຫ້ການຄ້າ ດີຈີຕອນ, ອະນຸກຳມະການກ່ຽວກັບມາດຕະຖານ ແລະ ສົມກັບມາດຕະຖານ (SCSC) ມີການປະຊຸມດ້ານເຕັກນິກຂອງເວທີປາໄສກ່ຽວກັບການຄຸ້ມຄອງເຫຼົ້າ ແລະ ບັນຫາກ່ຽວກັບການຮ່ວມມືຮັບປະກັນຄວາມປອດໄພດ້ານອາຫານ. ກຸ່ມປະຕິບັດງານກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມຸດ (HRDWG) ຈັດຕັ້ງກອງປະຊຸມສຳມະນາ ກ່ຽວກັບແຜນການດຳເນີນງານຂອງຍຸດທະສາດການສຶກສາ ແລະ ກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີອຸປະກະລະສັງຄົມ… ບັນດາເຈົ້າໜ້າທີ່ APEC ກໍ່ມີບັນດາການປຶກສາຫາລືຕໍ່ໄປກ່ຽວກັບຄູ່ຮ່ວມມືນະໂຍບາຍວິທະຍາສາດ ເຕັກໂນໂລຢີທີ່ມີຫົວຄິດປະດິດສ້າງ ແລະ ການເຈລະຈາກ່ຽວກັບອຸດສາຫກຳລົດໂອໂຕ.

 

ຕອບກັບ

ຂ່າວ/ບົດ​ອື່ນ