Standard Chartered ຄາດຄະເນການເຕີບໂຕຂອງຫວຽດນາມ ບັນລຸ 6,7% ໃນປີ 2021

(VOVWORLD) -ວັນທີ 01 ມິຖຸນາ, ທະນາຄານ Standard Chartered ໄດ້ປະກາດການຄາດຄະເນການເຕີບໂຕ GDP ຂອງຫວຽດນາມ ຈະບັນລຸ 6,7% ໃນປີ 2021 ແລະ 7,3% ໃນປີ 2022.
Standard Chartered ຄາດຄະເນການເຕີບໂຕຂອງຫວຽດນາມ ບັນລຸ 6,7% ໃນປີ 2021 - ảnh 1(ພາບປະກອບ: H.C)

ຕາມທ່ານ Lim Leelahaphan, ນັກຊ່ຽວຊານດ້ານເສດຖະກິດຮັບຜິດຊອບຫວຽດນາມ ແລະ ໄທຂອງທະນາຄານ Standard Chartered ແລ້ວ, ພື້ນຖານເສດຖະກິດຂອງຫວຽດນາມ ພວມສືບຕໍ່ໄດ້ຮັບການຮັກສາຢ່າງແຮງ ແລະ ຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຄື່ອນໄຫວດີທີ່ສຸດໃນໂລກໃນໄລຍະເກີດໂລກລະບາດ.

        ຕາມບັນດານັກຊ່ຽວຊານອື່ນຂອງ Standard Chartered ແລ້ວ, ຕົວເລກດ້ານການຄ້າຂອງຫວຽດນາມ ຮັກສາທ່າຕັ້ງໜ້ານັບແຕ່ປີ 2020. ຄາດຄະເນວ່າ ສ່ວນເກີນການຄ້າຂອງຫວຽດນາມ ກໍ່ຈະບັນລຸ 1,3 ຕື້ USD ໃນ 4 ເດືອນຕົ້ນປີ 2021.

        ບັນດານັກຊ່ຽວຊານກໍ່ໃຫ້ຂໍ້ສັງເກດກ່ຽວກັບລະດັບເຕີບໂຕທາງດ້ານເສດຖະກິດຢ່າງໄວ ອາດຈະເຮັດໃຫ້ໄພເງິນເຟີ້ເພິ່ມຂຶ້ນ ແລະ ລາຄາທັນຍາຫານໃນໂລກເພີ່ມຂຶ້ນ ພວມສົ່ງຜົນສະທ້ອນເຖິງໄພເງິນເຟີ້ຢູ່ພາຍໃນປະເທດ. ຄາດຄະເນວ່າ, ເງິນເຟີ້ຄິດສະເລ່ຍຂອງຫວຽດນາມ ໃນປີ 2021 ຈະຢູ່ໃນລະດັບ 3,8%.

ຕອບກັບ

ຂ່າວ/ບົດ​ອື່ນ