(vovworld) - ວັນທີ 16/4, ບັນດາທະຫານແຕກທັບທີ່ສັງກັດ “ຂະບວນການປົດປ່ອຍປະຊາຊົນ Sudan ເໜືອ” (ຫຼື SPLM – N) ຢູ່ Kordofan ໃຕ້, ເຊິ່ງແມ່ນລັດຜະລິດນ້ຳມັນຂອງ Sudan ຕິດກັບຊາຍແດນ Sudan ໃຕ້, ຖະແຫຼງວ່າເຂົາເຈົ້າຍາດໄດ້ສິດຄວບຄຸມຖານທີ່ໝັ້ນການທະຫານແຫ່ງໜຶ່ງທີ່ຕິດກັບເມືອງເອກຂອງລັດນີ້. ການກະທຳດັ່ງກ່າວອາດສາມາດສົ່ງຜົນຮ້າຍເຖິງການພົວພັນລະຫວ່າງ 2 ປະເທດບ້ານໃກ້ຄຽງ Sudan ແລະ Sudan ໃຕ້ນີ້. ໂຄສົກຂອງ “ຂະບວນການປອດປ່ອຍປະຊາຊົນ Sudan ເໜືອ” ຢູ່ບັນດາລັດພາກເໜືອ Kordofan ແລະ Nin ຂຽວ ໃຫ້ຮູ້ວ່າ: ກຳລັງນີ້ໄດ້ຍາດສິດຄວບຄຸມຖານທີ່ໝັ້ນຂອງທະຫານຢູ່ເຂດ Ghandur, ທີ່ຫ່າງຈາກເມືອງເອກໄປທາງທິດຕາເວັນອອກຂອງ Kordofan ໃຕ້ 18 ກມ, ໄດ້ຍິງທະຫານລັດຖະບານ 13 ຄົນຕາຍ ແລະ ຍາດເອົາອາວຸດ ແລະ ລູກກະສູນຢ່າງຫຼວງຫຼາຍ. ກໍ່ຕາມໂຄສົກຜູ້ນີ້, “ຂະບວນການປອດປ່ອຍປະຊາຊົນ Sudan ເໜືອ” ຖະແຫຼງວ່າ: ເມືອງເອກ Kadugli ກາຍເປັນ “ເປົ້າໝາຍການທະຫານ” ແລະ ກ່ອນໜ້ານັ້ນໄດ້ຮຽກຮ້ອງໃຫ້ປະຊາຊົນອົບພະຍົບອອກຈາກເຂດນີ້.