Sunda ໃຕ້ ຍິງຕົກເຮືອບິນເອລີກອບແຕຂອງ ສະຫະປະຊາຊາດ
(ພາບ ອິນເຕີແນດ)
(vovworld) - ວັນທີ 22/12, Sunda ໃຕ້ ໄດ້ຍອມຮັບວ່າ ວັນທີ 21/12, ກອງທັບປະເທດນີ້ໄດ້ຍິງຕົກເຮືອບິນເອລີກອບແຕຂອງກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ລັດ Jongley, ເຮັດໃຫ້ສະມາຊິກ 4 ຄົນ ຊາວລັດເຊຍ ໃນເຮືອບິນດັ່ງກ່າວເສຍຊີວິດ. ໂຄສົກກອງທັບປົດປ່ອຍ Sunda ໃຕ້, ພັນເອກ Philip Aguer ໃຫ້ຮູ້ວ່າ: ເຂົາເຈົ້າບໍ່ຮູ້ກ່ອນກ່ຽວກັບການປະກົດຂອງເຮືອບິນລຳນີ້ຂອງ ສປຊ ຢູ່ເຂດດັ່ງກ່າວ ແລະ ຄິດວ່ານີ້ແມ່ນເຮືອບິນຂົນສົ່ງອາວຸດໃຫ້ກຳລັງລຸກຮຶ້ຂຶ້ນ Yau Yau ດັ່ງນັ້ນຈຶ່ງສັ່ງໃຫ້ກຳລັງປືນໃຫຍ່ຍິງຕົກ. ສ່ວນທ່ານເລຂາທິການໃຫຍ່ ສປຊ Bankimoon ໄດ້ຕຳນິຕິຕຽນເຫດການບຸກໂຈມຕີດັ່ງກ່າວຢ່າງຮຸນແຮງ ແລະ ອອກຖະແຫຼງການ ຮຽກຮ້ອງໃຫ້ລັດຖະບານ Sunda ໃຕ້ ຕ້ອງດຳເນີນການສືບສວນໃນທັນທີ, ເພື່ອນຳຜູ້ຕ້ອງໂທດອອກສານຕັດສິນລົງໂທດ.