tin Dao

ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ​ບັນດາ​​ເຂດ​ອຸດສາຫະກຳ​ພາກ​ເຫນືອ​ຫວຽດນາມ

(vovworld)- ເຖິງ​ວ່າ ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ​ກໍ​ຕາມ, ​ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ເຂົ້າ​ບັນດາ​ແຂວງ​ພາ​ກ​ເຫນືອ​ຫວຽດນາມ​ຫລາຍ​ພໍ​ສົມຄວນ, ​ໃນ​ນັ້ນ ມີ​ຫລາຍ​ໂຄງການ​ລົງທຶນ​​ເຂົ້າ​ບັນດາ​​ເຂດ​ອຸດສາຫະກຳ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຫັນ​ໄດ້​ບັນດາ​ກາລະ​ໂອກາດ​ສະດວກ​ຢູ່​ບັນດາ​ແຂວງ​ພາກ​ເຫນືອ​ເພື່ອ​ລົງທຶນ​ໃຫມ່ຫລື​ເປີດ​ກວ້າງ​ການ​ລົງທຶນ. ​ໃນ​ລາຍການ​ເສດຖະກິດ​ພາກ​ນີ້, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ ​ໂຕ​ຕວນທີ່​ພາດ​ຫົວ​ເລື່ອງ​ວ່າ: ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ​​ເຂດ​ອຸດສາຫະກຳ​ພາກ​ເຫນືອ​ຫວຽດນາມ.

        ປີ 2012, ບັນດາ​ແຂວງ​ທາງ​ພາກ​ເຫນືອ​ຫວຽດນາມ ​ໄດ້​ດຶງ​ດູດ​ເງິນລົງທຶນ​​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ປະມານ 6 ຕື້ USD​ໃນ​ຈຳນວນ​ທຶນ FDI 13 ຕື້ USD ຂອງ​ທັງ​ປະ​ເທດ. ​ໃນ​ຈຳນວນ 10 ​ແຂວງ​ນຳ​ຫນ້າ​ໃນ​ການ​ດຶງ​ດູດ​ທຶນ FDI, ມີ 6 ​ແຂວງ​ທາງ​ພາກ​ເຫນືອ, ຊື່​ງລວມມີ: ຮ່າ​ໂນ້ຍ, ຫາຍ​ຟ່ອງ, ບັກ​ນີງ, ບັກ​ຢາງ, ກວ໋າງນີງ ​ແລະ ຮື​ງອຽນ ​ດຶງ​ດູດ​ທຶນ FDI ກວ່າ 5 ຕື້ USD. ບາງ​ແຂວງ​ພູດ​ອຍທາງ​ພາກ​ເຫນືອ ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ ​ແຕ່​ມີ​ການ​ຫັນປ່ຽນ​ເມື່ອ​ດຶງ​ດູດ​ທຶນ​ຈົດ​ທະບຽນ​ໃຫມ່ ​ແລະ ທຶນ​ເພີ່ມ​ເຕີມຕື່ມ​ອີກ​ເກືອບ 1 ຕື້ USD . ​ເປັນອັນ​ກວ່າ ​ໃນ​ປີ 2012, ບັນດາ​ແຂວງ​ທາງ​ພາກ​ເຫນືອ​ສ່ວນ​ຫລາຍ​ລ້ວນ​ແຕ່​ດຶງ​ດູດ​ໂຄງການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ແລະ ທຶນ FDI ​ໃຫມ່​. ​​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ, ​ໃນ​ໄລຍະ​ຜ່ານ​ມາ, ລັດຖະບານ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ກະຊວງ, ຂະ​​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ປະຕິບັດ​ວຽກ​ງານ​ວາງ​ແຜນ​ກຳນົດ, ສ້າງ​ການ​ພັດທະນາຕິດ​ພັນກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ສັງຄົມ. ນອກ​ຈາກ​ສ້າງ​ບັນດາ​ເອກະສານ​ນິຕິ​ກຳ​ສ້າງ​ສິດ​ເປັນ​ເຈົ້າ​ການ​ໃຫ້​ແກ່​ບັນດາ​ເຂດ​ອຸດສາຫະກຳໃຫ້​ສົມບູນ​ແບບ, ລັດ​ຍັງ​ຍູ້​ແຮງ​ການ​ຫນູນ​ຊ່ວຍ​ກ່ຽວ​ກັບ​​ເງິນ​ລົງທຶນ​ເຂົ້າ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສ້າງ​ເງື່ອນ​ໄຂ​ເພື

ຕອບກັບ

ຂ່າວ/ບົດ​ອື່ນ