(ທ່ານລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ
ແລະ ພັດທະນາຊົນນະບົດ ຮ່າກົງຕ໋ວນ)
(vovworld) – ທີ່ການປະຊຸມຂ່າວປະຈຳເດືອນ 9/2015 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ວັນທີ 6/10 ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮ່າກົງຕ໋ວນ ຕີລາຄາສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ຄືປຽບເໝືອນໄມ້ງັດເສດຖະກິດ ເພື່ອພັດທະນາກະສິກຳ ຫວຽດນາມ. ຕາມທ່ານລັດຖະມົນຕີຊ່ວຍວ່າການ ຮ່າກົງຕ໋ວນ ແລ້ວ, 12 ປະເທດເຂົ້າຮ່ວມ TPP ມີລະດັບພັດທະນາແຕກຕ່າງກັນ. ສຳລັບຂະແໜງກະສິກຳ ຫວຽດນາມ, ກາລະໂອກາດທີ່ດີແມ່ນຈະມີຕະຫລາດກ້ວາງໃຫຍ່ ດ້ວຍພົນລະເມືອງ 600 ລ້ານຄົນ, ໃນນັ້ນ ມີບັນດາຕະຫລາດນຳເຂົ້າຜະລິດຕະພັນກະເສດໃຫຍ່ຂອງ ຫວຽດນາມ. ຕາມທ່ານ ຮ່າກົງຕ໋ວນ ແລ້ວ, ເມື່ອ TPP ມີຂໍ້ບັງຄັບໃຊ້, ເກືອບຄືວ່າບັນດາປະເພດຜະລິດຕະພັນກະເສດຈະໄດ້ຮັບການຫລຸດພາສີ ລົງມີ 0% ແລະ ພາຍຫລັງໄລຍະສັ້ນໆ ປະເພດສິນຄ້າທັງໝົດຈະຍັງເຫຼືອແຕ່ 0%. ເປັນອັນວ່າ ທ່າໄດ້ປຽບໃນການແກ່ງແຍ້ງແມ່ນໃຫຍ່ສຸດ. ໃນນັ້ນ, ປະເພດສິນຄ້າຂອງ ຫວຽດນາມ ສາມາດຮັກສາທ່າໄດ້ປຽບດີແມ່ນ ສິນໃນນ້ຳ ແລະ ເຄື່ອງເຟີນີເຈີ.