Tuynidi ລະນຶກຄົບຮອບ 1 ປີແຫ່ງວັນປະທານາທິ ບໍດີປະເທດນີ້ຖືກໂຄ້ນລົ້ມ

Tuynidi ລະນຶກຄົບຮອບ 1 ປີແຫ່ງວັນປະທານາທິ ບໍດີປະເທດນີ້ຖືກໂຄ້ນລົ້ມ - ảnh 1
ທ່ານປະທານາທິບໍດີຖືກໂຄ້ນລົ້ມ Ben Ali

ວັນ​ທີ 14/1, Tuynidi ​ໄດ້​ລະນຶກ 1 ປີ​ແຫ່ງ​ວັນ​ປະທານາທິບໍດີ​ປະ​ເທດ​ນີ້ທ່ານ Ben Ali ​ຖືກ​​ໂຄ້ນ​ລົ້ມ ພາຍຫຼັງ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່​ຂອງ​ຝ່າຍ​ຄ້ານ. ພາຍຫຼັງ​ທ່ານ​ປະທານາທິບໍດີ Ben Ali ​ຖືກ​​ໂຄ້ນລົ້ມ, Tuynidi ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ ​ແລະ ລັດຖະບານ​ປະສົມ​ລະຫວ່າງ​ພັກ​ອິດສະ​ລາມ Ennahda ​ແລ​ະ ພັກ​ກອງ​ປະຊຸມ​​ໃຫຍ່​​ເພື່ອ​ສາທາລະນະ​ລັດ. ໜຶ່ງ​ປີ​ໄດ້​ລວງ​ເລີຍ​ນັບ​ແຕ່​ເມື​່ອອຳນາດ​ການ​ປົກຄອງ​ໃໝ່​ຖືກ​​ໂຄ້ນ​ລົ້ມ, ​ແຕ່​ມາ​ຮອດ​ປະຈຸ​ບັນ Tuynidi ຍັງ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຫຼາຍ​ຢ່າງ, ​ໄພ​ຫວ່າງ​ງານ​ໄດ້​ເພີ່ມ​ແຕ່ 6​ ​ແສນຄົນ​ຂຶ້ນ​ເຖິງ 8 ​ແສນ 5 ໝື່ນ​ຄົນ. ​ເສດຖະກິດ​ຂອງ Tuynidi ​ໃນ​ປີ 2011 ​ເກືອບ​ຄື​ວ່າ​ຖື​ກຢຸດ​ສະ​ງັກ, ​ໃນ​ຂະນະ​ທີ່​ປີ 2010 ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ແມ່ນ 3%. ປະຊາຊົນ Tuynidi ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ສະໜັບສະໜູນ​ກັບ​ລັດຖະບານ​ປະຈຸ​ບັນ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ ​ແລະ ສ້າງສະຖຽນ​ລະ​ພາບ​ຂອງ​ປະ​ເທດ ອາ​ຟຣີກ​ກາ​ເໜືອ​ນີ້.

ຂ່າວ/ບົດ​ອື່ນ