Tuynidiດຳເນີນການເລືອກຕັ້ງທົ່ວປະເທດ

Tuynidiດຳເນີນການເລືອກຕັ້ງທົ່ວປະເທດ - ảnh 1
ພາບ​ປະ​ກອບ:baotintuc.vn

(vovworld)-​ ວັນ​ທີ 26/10, Tuynidi ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ໃຫມ່ ແລະ ກໍ​ເປັນ​ການ​ເລືອກ​ຕັ້ງ​ຄັ້ງ​ທີ 2 ນັບ​ແຕ່​ເມື່ອ ອະ​ດີດປະ​ທາ​ນາ​ທິ​ບໍ​ດີ Zine el Abidine Ben Ali ຖືກ​ໂຄ່ນ​ລົ້ມ​ເມື່ອ​ປີ 2011. ມີ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ກວ່າ 4500 ແຫ່ງ ຢູ່ Tuynidi ດ້ວຍ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະ​ມານ 5,2 ລ້າ​ນ​ຄົນ ຈະ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ລວມ​ມີ 217 ທີ່​ນັ່ງ. ການ​ເລືອກ​ຕັ້ງ​ມື້ນີ້ ມີ​ຜູ້​ຫ​ຕາງ​ຫນ້າ​ຂອງກວ່າ 100 ພັກ​ການ​ເມືອງ ແລະ 2 ພັກ​ໄດ້​ຮັບ​ຖື​ວ່າ ຈະ​ນຳ​ຫນ້າ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ນັ້ນ​ແມ່ນ ພັກ​ອິດ​ສະ​ລາມ Ennahda ແລະ ພັກ Nida Tounes.

 

 

ຂ່າວ/ບົດ​ອື່ນ