UKVFTA -ເປັນ​ຂໍກ​ະ​ແຈຊຸກ​ຍູ້ການ​ເຕີບ​ໂຕໃນ​ການ​ສ​ົ່ງ​ອອກສູ່​ຕະຫຼາດ​ລາ​ຊະອາ​ນາ​ຈັກ​ອັງ​ກິດ

(VOVWORLD) -ການສົ່ງອອກຂອງ ຫວຽດນາມ ໄປຍັງ ອັງກິດ ເພີ່ມຂຶ້ນ 16,4% ກົງກັນຂ້າມ ການສົ່ງອອກຂອງ ອັງກິດ ມາຍັງ ຫວຽດນາມ ເພີ່ມຂຶ້ນ 23,6%ເມື່ອທຽບໃສ່ໄລຍະຍັງບໍ່ທັນມີສັນຍາການຄ້າ. 
UKVFTA -ເປັນ​ຂໍກ​ະ​ແຈຊຸກ​ຍູ້ການ​ເຕີບ​ໂຕໃນ​ການ​ສ​ົ່ງ​ອອກສູ່​ຕະຫຼາດ​ລາ​ຊະອາ​ນາ​ຈັກ​ອັງ​ກິດ - ảnh 1ທ່ານ ເລືອງຫວງຖາຍ, ຫົວໜ້າກົມນະໂຍບາຍການຄ້າຊາຍແດນ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ:BNEWS/TTXVN)

ເຖິງວ່າສັນຍາການຄ້າເສລີ ຫວຽດນາມ-ລາຊະອານາຈັກອັງກິດ ( UKVFTA) ຫາກໍ່ເລີ່ມໄດ້ປະຕິບັດໃນໄລຍະສັ້ນ, ແຕ່ກໍ່ຮັບຮູ້ວ່າມີສັນຍານຕັ້ງໜ້າ, ສິ່ງດັ່ງກ່າວໄດ້ສະແດງອອກຜ່ານການຄ້າສອງຝ່າຍ ບັນລຸຫຼາຍກວ່າ 6 ຕື້ USD, ວົງເງິນນຳເຂົ້າ-ສົ່ງອອກ ສອງຝ່າຍເພີ່ມຂຶ້ນຢູ່ໃນລະດັບ 2 ໂຕເລກ; ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ອັງກິດ ເພີ່ມຂຶ້ນ 16,4% ກົງກັນຂ້າມ ການສົ່ງອອກຂອງ ອັງກິດ ມາຍັງ ຫວຽດນາມ ເພີ່ມຂຶ້ນ 23,6%ເມື່ອທຽບໃສ່ໄລຍະຍັງບໍ່ທັນມີສັນຍາການຄ້າ. ກ່າວຄຳປາໄສໃນກອງປະຊຸມສຳມະນາ “ການຄ້າເອເລັກໂຕນິກໃນສັນຍາ UKVFTA - ຂໍກະແຈຊຸກຍູ້ການເຕີບໂຕໃນການສົ່ງອອກສູ່ຕະຫຼາດລາຊະອານາຈັກອັງກິດ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບສະຖານເອກອັກຄະລັດຖະທູດ ອັງກິດ ຈັດຂຶ້ນໃນຕອນບ່າຍວັນທີ່ 18 ມັງກອນ ຢູ່ນະຄອນຫຼວງຮ່າໂນ້ຍ, ໂດຍທ່ານ ເລືອງຫວງຖາຍ, ຫົວໜ້າກົມນະໂຍບາຍການຄ້າຊາຍແດນ (ກະຊວງອຸດສາຫະກຳ ແລະ ການຄ້າ), ເນັ້ນໜັກ: ຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງ   ຫວຽດນາມ ແລະ ລາຊະອານາຈັກອັງກິດ ຍັງໃຫ່ຍຫຼວງຢູ່ຍ້ອນສິນຄ້າ ຫວຽດນາມ ສົ່ງອອກ ໄປຍັງລາຊະອານາຈັກອັງກິດ ຫາກໍ່ກວມເອົາພຽງແຕ່ 0,88% ໃນຍອດມູນຄ່າການນຳເຂົ້າຂອງ ອັງກິດ. ຢູ່ໃນມູມກົງກັນຂ້າມ, ສິນຄ້າສົ່ງອອກຂອງອັງກິດ ກໍ່ກວມເອົາສ່ວນໜ້ອຍໃນປະລິມານສິນຄ້ານຳເຂົ້າຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ