UNDP ກ່າວເຕືອນຄວາມຫຍຸ້ງຍາກໃນການສຳຜັດກັບແຫຼ່ງນ້ຳຢູ່ ອາເມລິກາ ລາຕິນ

(VOVWORLD) -ຄວາມສາມາດສຳຜັດກັບແຫຼ່ງນ້ຳຢູ່ບັນດາປະເທດໃນພາກພື້ນແມ່ນບໍ່ສະເໝີກັນ, ຍ້ອນຄວາມຜິດດ່ຽງກ່ຽວກັບລະດັບການພັດທະນາ, ລາຍຮັບ, ຂໍ້ກຳນົດ ຫຼື ລະບອບລະບຽບການ.
UNDP ກ່າວເຕືອນຄວາມຫຍຸ້ງຍາກໃນການສຳຜັດກັບແຫຼ່ງນ້ຳຢູ່ ອາເມລິກາ ລາຕິນ - ảnh 1(ພາບປະກອບ: UNICEF)

ຫວ່າງມໍ່ໆມານີ້, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ກ່າວເຕືອນວ່າ ອາເມລິກາ ລາຕິນ ຕ້ອງມີບັນດາການກະທຳປະຊາຄົມຢ່າງຂ້ຽວຂາດກວ່າ ເພື່ອຮັບປະກັນໃຫ້ປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ສຳຜັດກັບແຫຼ່ງນ້ຳສະອາດ, ເມື່ອທຽບໃສ່ອັດຕາສະເລ່ຍຄືໃນປະຈຸບັນມີພຽງແຕ່ 55 – 60%.

        ຕາມທ່ານ Luis Felipe Lopez Calva, ຫົວໜ້າພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ ຂອງ UNDP ແລ້ວ, ຄວາມສາມາດສຳຜັດກັບແຫຼ່ງນ້ຳຢູ່ບັນດາປະເທດໃນພາກພື້ນແມ່ນບໍ່ສະເໝີກັນ, ຍ້ອນຄວາມຜິດດ່ຽງກ່ຽວກັບລະດັບການພັດທະນາ, ລາຍຮັບ, ຂໍ້ກຳນົດ ຫຼື ລະບອບລະບຽບການ. ພ້ອມກັນນັ້ນ, ການຂາດຄວາມສະເໝີພາບກໍ່ຍັງຄົງຕົວຢູ່ໃນປະເທດໜຶ່ງ. ທ່ານກໍ່ຖືວ່າ ບັນດາລັດຖະບານຄວນຢືນຢັນຄືນໃໝ່ຄຳໝັ້ນສັນຍາປົກປ້ອງແຫຼ່ງນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ