UNICEF ມີໄພອາດຈະຍຸດຕິການເຄື່ອນໄຫວໜູນຊ່ວຍຫຼາຍຢ່າງຢູ່ຊີຣີ ຍ້ອນຂາດແຫຼ່ງເງິນ

(VOVWORLD) -ໃນແຈ້ງການສື່ມວນຊົນວັນທີ 16 ມິຖຸນາ, ທ່ານ Geert Cappelaere, ຜູ້ອຳນວຍການໃຫຍ່ພາກພື້ນຕາເວັນອອກກາງ ແລະ ອາຟະລິກາເໜືອ ຂອງ UNICEF ໃຫ້ຮູ້ວ່າ, ອົງການນີ້ພວມໃນສະພາບຂາດແຫຼ່ງເງິນຢ່າງຮ້າຍແຮງນັບແຕ່ເມື່ອເຂົ້າຮ່ວມການໜູນຊ່ວນບັນດາຜູ້ປະສົບເຄາະຮ້າຍຈາກວິກິດການຊີຣີ, ເຊິ່ງແມ່ນໜຶ່ງໃນບັນດາບັ້ນມະນຸດສະທຳໃຫຍ່ກວ່າໝູ່ໃນປະຫວັດສາດຂອງອົງການນີ້.
UNICEF ມີໄພອາດຈະຍຸດຕິການເຄື່ອນໄຫວໜູນຊ່ວຍຫຼາຍຢ່າງຢູ່ຊີຣີ ຍ້ອນຂາດແຫຼ່ງເງິນ - ảnh 1 (ພາບປະກອບ: EPA)

ຕ່າມທານ Geert Cappelaere ແລ້ວ, UNICEF ໄດ້ຮຽກຮ້ອງແຫຼ່ງກອງທຶນ 1,4 ຕື້ USD ໃຫ້ບັນດາການເຄື່ອນໄຫວຮີບດ່ວນຂອງອົງການນີ້ຢູ່ຊີຮີ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງແມ່ນ: ລີບານ, ຈໍແດນ, ຕວກກີ, ອີຣັກ ແລະ ອີຢິບ ໃນປີ 2017. ແຕ່ມາຮອດປະຈຸບັນ, UNICEF ຫາກໍ່ໄດ້ຮັບພຽງ 15% ແຫຼ່ງລາຍຈ່າຍທີ່ຈຳເປັນ. ຖ້າຫາກບໍ່ໄດ້ຮັບແຫຼ່ງເງິນຕື່ມອີກ, ການເຄື່ອນໄຫວໜູນຊ່ວຍທີ່ຈຳເປັນບາງຢ່າງຂອງ UNICEF ມີໄພຖືກຕັດອອກ, ລວມມີ: ສະໜອງນ້ຳສະອາດ ແລະ ຮັກສາອະນາໄມໃຫ້ເດັກພວມດຳລົງຊີວິດຢູ່ຄ້າຍລີ້ໄພ, ເບິ່ງແຍງດູແລສຸຂະພາບ ແລະ ຮັບປະກັນທາດບຳລຸງທີ່ຈຳເປັນໃຫ້ເດັກ…

ຕອບກັບ

ຂ່າວ/ບົດ​ອື່ນ