UNICEF ແລະ ກະ​ຊວງ​ສຶກ​ສາ​ ແລະ ​ບຳ​ລຸງ​ສ້າງ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ ຮັບ​ປະ​ກັນ​ວ່າ ບໍ່​ປະ​ໃຫ້​ເດັກ​ນ້ອຍ​ຖືກ ດ້ອຍໂອ​ກາດ ແລະ ຖ​ືກ​ປະ​ຢູ່​ທາງຫຼັງ

(VOVWORLD) -ທີ່ການເຮັດວຽກ, ເມື່ອຢັ້ງຢືນການຖືເປັນສຳຄັນຂອງ UNICEF ຕໍ່ການພົວພັນຮ່ວມມື ກັບ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ທ່ານນາງ Rana Flowes ເຫັນວ່າ ໃນໄລຍະຜ່ານມາ, ສອງຝ່າຍໄດ້ແລກປ່ຽນຫຼາຍການເຄື່ອນໄຫວທີ່ມີປະສິດທິຜົນ ໃນຂົງເຂດທີ່ແຕກຕ່າງກັນ.
UNICEF ແລະ ກະ​ຊວງ​ສຶກ​ສາ​ ແລະ ​ບຳ​ລຸງ​ສ້າງ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ ຮັບ​ປະ​ກັນ​ວ່າ ບໍ່​ປະ​ໃຫ້​ເດັກ​ນ້ອຍ​ຖືກ ດ້ອຍໂອ​ກາດ ແລະ ຖ​ືກ​ປະ​ຢູ່​ທາງຫຼັງ - ảnh 1ການຕ້ອນຮັບ

ຫວ່າງແລ້ວນີ້, ໃນການຕ້ອນຮັບ ທ່ານ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ກັບ ທ່ານນາງ Rana Flowes ຫົວໜ້າຜູ້ຕາງໜ້າ UNICEF ຫວຽດນາມ, ສອງຝ່າຍໄດ້ແລກປ່ຽນບາງເນື້ອໃນການຮ່ວມມືລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງ ແລະ UNICEF ໄລຍະ 2017 – 2021 ແລະ ເຫັນດີເປັນເອກະພາບບາງຂໍ້ບຸລິມະສິດ, ສົ່ງເສີມການຮ່ວມມືໃນໄລຍະ 2022 – 2026.

ທີ່ການເຮັດວຽກ, ເມື່ອຢັ້ງຢືນການຖືເປັນສຳຄັນຂອງ UNICEF ຕໍ່ການພົວພັນຮ່ວມມື ກັບ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ທ່ານນາງ Rana Flowes ເຫັນວ່າ ໃນໄລຍະຜ່ານມາ, ສອງຝ່າຍໄດ້ແລກປ່ຽນຫຼາຍການເຄື່ອນໄຫວທີ່ມີປະສິດທິຜົນ ໃນຂົງເຂດທີ່ແຕກຕ່າງກັນ. ທ່ານນາງ Rana Flowes ກໍ່ມີຄວາມປາດຖະໜາວ່າ ໃນ 5 ປີຈະມາເຖິງ, UNICEF ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ  ສືບຕໍ່ມີການພົວພັນຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ໃນນັ້ນບັນຫາທີ່ໄດ້ຮັບການປະຕິບັດຢ່າງສຸດຈິດສຸດໃຈ ຈາກອົງການນີ້ິ້ ແມ່ນຮັບະກັນບໍ່ປະໃຫ້ເດັກນ້ອຍໃດດ້ອຍໂອກາດ ແລະ ຖືກປະຢູ່ທາງຫຼັງ.

ສ່ວນກ່ຽວກັບການໜູນຊ່ວຍ, ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ເດັກນ້ອຍ ຫວຽດນາມ, ທ່ານນາງ Rana Flowes ໃຫ້ຮູ້ວ່າ: UNICEF ພວມສົມທົບກັບອົງການຕ່າງໆຂອງ ຫວຽດນາມ ເພື່ອກວດກາຄືນ, ສະຖິຕິຈຳນວນເດັກນ້ອຍ ຖືກຜົນກະທົບຈາກໂລກລະບາດ ໂຄວິດ - 19 ເພື່ອມີວິທີການໜູນຊ່ວຍທີ່ເໝາະສົມ. ທ່ານນາງ Rana Flowes ມີຄວາມປາດຖະໜາຢາກໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈະພ້ອມກັນ ຕິດຕາມກວດກາ, ກຳໄດ້ຂໍ້ມູນສະຖິຕິນີ້, ພ້ອມທັງໜູນຊ່ວຍໄຈ້ແຍກຂໍ້ມູນ ກ່ຽວກັບຜົນກະທົບຈາກໂລກລະບາດຕໍ່ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ